(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຮ່ວມມືກັນໃນການພັດທະນາໄຟຟ້ານິວເຄຼຍໂມດູນຂະໜາດນ້ອຍ; ສ້າງບັນດາໂຄງການຮ່ວມມືລະອຽດໃນຂົງເຂດສິນເຊື່ອກາກບອນ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງທີ່ການໂອ້ລົມທາງໂທລະສັບ) |
ຕອນເຊົ້າວັນທີ 18 ທັນວາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Lawrence Wong, ນາຍົກລັດຖະມົນຕີ ສິງກະໂປ ເພື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ ແລະ ບັນຫາພາກພື້ນ, ສາກົນຈຳນວນໜຶ່ງທີ່ຫາກໍ່ພົ້ນເດັ່ນຂຶ້ນຫວ່າງມໍ່ໆມານີ້.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຮ່ວມມືກັນໃນການພັດທະນາໄຟຟ້ານິວເຄຼຍໂມດູນຂະໜາດນ້ອຍ; ສ້າງບັນດາໂຄງການຮ່ວມມືລະອຽດໃນຂົງເຂດສິນເຊື່ອກາກບອນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໂດຍໄວ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ສິງກະໂປ ຈະເຂົ້າຮ່ວມບັນດາສູນການເງິນຂອງ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ, ສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ນຳການພົວພັນ ຫວຽດນາມ - ສິງກະໂປ ກາຍເປັນແບບຢ່າງດີເດັ່ນກ່ຽວກັບຄວາມສາມັກຄີ, ຮ່ວມມື ແລະ ໂອ້ລົມສົນທະນາຢູ່ພາກພື້ນ.
ສ່ວນທ່ານນາຍົກລັດຖະມົນຕີ Lawrence Wong ເນັ້ນໜັກວ່າ, ສິງກະໂປ ປາດຖະໜາຢາກພ້ອມກັບ ຫວຽດນາມ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັ້ງຢ່າງແທດຈິງ, ກາຍເປັນ “ປະພາຄານ” ໃນ ອາຊຽນ ກ່ຽວກັບການຮ່ວມມືພ້ອມກັນໄຊຊະນະ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ນາຍົກລັດຖະມົນຕີ 2 ທ່ານ ປາດຖະໜາໃຫ້ ໄທ ແລະ ກຳປູເຈຍ ຈົ່ງລະງັບໃຈ, ບໍ່ນຳໃຊ້ອາວຸດ, ດຳເນີນການເຈລະຈາ, ແກ້ໄຂບັນດາບັນຫາໂດຍສັນຕິວິທີ. ການນຳ 2 ທ່ານກໍ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາສົມທົບກັນ, ເສີມຂະຫຍາຍປະສິດທິຜົນເມື່ອ ຫວຽດນາມ ເປັນປະເທດເຈົ້າພາບຈັດ APEC ແລະ ສິງກະໂປ ດຳລົງຕຳແໜ່ງປະທານ ອາຊຽນ ໃນປີ 2027.