ງານຕະຫຼາດນັດຄ່ຳຄືນລະດູໜາວຖືກດຳເນີນຢູ່ການາດາ
(ພາບປະກອບ: TTXVN)
(vovworld) - ໃນລະຫວ່າງວັນທີ 20 – 22/01, ຢູ່ການາດາ ໄດ້ດຳເນີນງານຕະຫຼາດນັດຄ່ຳຄືນລະດູໜາວ 2017, ດ້ວຍເຂດວັດທະນະທຳ ແລະ ສິລະປະອາຫານການກິນອາຊີ ຢ່າງຟົດຟື້ນມ່ວນຊື່ນ. ເຂົ້າຮ່ວມງານຕະຫຼາດນັດມີຮານວາງສະແດງສິນຄ້ານັບສີບໆຮ້ານ ໄດ້ວາງສະແດງຂາຍບັນດາຜະລິດຕະພັນ ແລະ ເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງບັນດາປະເທດອາຊີຄື: ຫວຽດນາມ, ໄທ, ຍີ່ປຸ່ນ, ຈີນ. ພິເສດ, ນີ້ແມ່ນປີທຳອິດທີ່ສະຖານທູດຫວຽດນາມ ປະຈຳການາດາ ມີຮ້ານວາງສະແດງເພື່ອແນະນຳເຖິງລູກຄ້າທີ່ມາຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງຊາດ. ທ່ານ ຫງວຽນຮຸ່ງເຊີນ, ອຸປະທູດຫວຽດນາມ ປະຈຳການາດາ ໃຫ້ຮູ້ວ່າ, ນີ້ແມ່ນໂອກາດທີ່ດີເພື່ອຍູ້ແຮງວຽກງານການທູດດ້ານວັດທະນະທຳ, ໂຄສະນາພາບພົດປະເທດຊາດ, ຊາວຫວຽດນາມ ແລະ ອາຫານການກິນຂອງຫວຽດນາມ ເຖິງເພື່ອນມິດສາກົນ.