ງານບຸນບ້ານແຊນ(ໝາຍເຖິງດອກບົວ)ເຊີດຊູແນວຄິດ,ຄຸນສົມບັດ ແລະບຸກຄະລິກກະພາບຂອງປະທານໂຮ່ຈິມິນ

ງານບຸນບ້ານແຊນ(ໝາຍເຖິງດອກບົວ)ເຊີດຊູແນວຄິດ,ຄຸນສົມບັດ ແລະບຸກຄະລິກກະພາບຂອງປະທານໂຮ່ຈິມິນ - ảnh 1
ມອບ​ຫຼຽນ​ຄຳໃຫ້ບັນດາຄະນະທີ່ດີເດັ່ນຢູ່ງານບຸນບ້ານແຊນປີ 2015
(ພາບ: Thanh Tùng/TTXVN)


(vovworld) – ຕອນ​ຄຳ່​ວັນ​ທີ 19/5, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການປະຊາຊົນ​ແຂວງ​ເງ້ອານ ຈັດ​ຕັ້ງ​ການ​ສະຫຼຸບ​ການ​ເຄື່ອນ​ໄຫວງານ​ບຸນ​ບ້ານ​​ແຊນ (ໝາຍ​ເຖິງດອກ​ບົວ) ​ປີ 2015. ພາຍຫຼັງ​ດຳ​ເນີນ​ເປັນ​ເວລາ 8 ວັນ, ງານ​ບຸນ​ໄດ້​ສ້າງ​ຄວາມປະ​ທັບ​ໃຈອັນ​ດີງາມ​ໃນ​ຈິດ​ໃຈ​ຂອງ​ຊາວ​ເງ້ອານ ​ເວົ້າ​ສະ​ເພາະ ​ແລະ ທົ່ວ​ປະ​ເທດ​ເວົ້າ​ລວມ ກ່ຽວ​ກັບ​ບັນດາ​ຄຸນຄ່າ​ດ້ານແນວ​ຄິດ, ຄຸນສົມບັດ ​ແລະ ບຸກຄະ​ລິກກະພາບຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ; ​ເຊີດ​ຊູ​ວັດທະນະທຳ​ບ້ານ​ດອກ​ບົວ, ບ້ານ​ເກີດ​ເມືອງ​ນອນ​ຂອງ​ເພິ່ນ; ພ້ອມ​ທັງ​ຍູ້​ແຮງ​ຂະ​ບວນການ “ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ”. ສິ້ນສຸດງານ​ບຸນ, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຫຼຽນ​ຄຳ​ໃຫ້10 ຄະນະສິລະປະກອນມະຫາຊົນ ​ແລະ 35 ລາຍການ​ທີ່​ດີ​ເດັ່ນ, 16 ໝູ່​ຄະນະ ​ແລະ  3 ສ່ວນ​ບຸກຄົນ ​ໄດ້​ຮັບ​ໃບ​ຍ້ອງຍໍ​ຂອງ​ລັດຖະມົນຕີ​ວ່າການກະຊວງວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ.

ຂ່າວ/ບົດ​ອື່ນ