(vovworld)- ງານບຸນລະດູບານໃຫມ່ຫວຽດນາມ - ຍີປຸ່ນ 2013 ຈະຖືກຈັດຂຶ້ນໃນວັນທີ 20 ແລະ 21/4 ຢູ່ສູນງານຕະຫລາດນັດວາງສະແດງຫວຽດນາມ ດ້ວຍການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະຫລາຍຢ່າງ. ນີ້ແມ່ນການເຄື່ອນໄຫວສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໂດຍກົມຮ່ວມມືສາກົນ ແລະ ສະມາຄົມແລກປ່ຽນວັດທະນະທຳຫວຽດນາມ ແລະ ຍີ່ປຸ່ນ ສົມທົບກັນຈັດຕັ້ງ. ທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 12/4 ຢູ່ ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ຈຸດເດັ່ນຂອງງານບຸນແມ່ນລາຍການສະແດງຮູບການສິລະປະພື້ນເມືອງຂອງຫວຽດນາມ ແລະ ຍີ່ປຸ່ນ. ທ່ານ ຫງວຽນວັນຕີງ, ຫົວຫນ້າກົມຮ່ວມມືສາກົນ, ສັງກັດກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຫວຽດນາມໃຫ້ຮູ້ວ່າ:
“ປີ 2013 ຫວຽດນາມ ສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດກັບ 39 ປະເທດ ແລະ ເລືອກເອົາປະເທດ ອີຕາລີ, ການາດາ ແລະ ຍີ່ປຸ່ນ ເພື່ອເປັນປີມິດຕະພາບກັບຫວຽດນາມ ແລະ . ຕາມແຈ້ງການຂອງສະຖານທູດຍີ່ປຸ່ນແລ້ວ, ປີ 2013 ນີ້ຈະດຳເນີນ ການເຄື່ອນໄຫວ 40 ຢ່າງ.”