ງານວາງສະແດງ “ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ”

ງານວາງສະແດງ “ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດແລະນິຕິທຳ” - ảnh 1
ພາບປະກອບຈາກອີນເຕີເນັດ

(vovworld) –  ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 17/5, ທ່ານ ຫງວຽນ​ມິ​ງຮົ່ງ, ຮອງລັດຖະມົນ​ຕີ​​ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ​ເນັ້ນ​ໜັກ​ວ່າ: ດ້ວຍ​ບັນດາ​ເອກະສານ, ວັດ​ຖຸພັນ, ສິ່ງ​ພິມ ​ແລະ ​ແຜນ​ທີ່​ເກື​ອບ 100 ​ແຜ່ນ​ໄດ້​ປະກາດ​ໂດຍ​ຢັ້ງຢືນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ, ງານ​ວາງສະ​ແດງ​​ເພື່ອ​ແນ​ໃສ່​ຍົກ​ອອກ​ມາ​ບັນດາ​ພື້ນຖານ​ດ້ານ​ນິຕິ​ທຳ, ຄວາມ​ຈິງ​ດ້ານ​ປະຫວັດສາດ​ກ່ຽວກັບ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ, ​ເຈື່ອງ​ຊາ, ​ເວົ້າ​ເຖິງ​ສຽງ​​ເວົ້າ​ເປັນ​ທຳ​ຂອງ ຫວຽດນາມ ສຳລັບ​ປະຊາຊົນ ​ແລະ ​ເພື່ອນ​ມິດສາ​ກົນ. ງານ​ວາງສະ​ແດງ​ໄດ້ຊ່ວຍ​ໃຫ້​ຜູ້​ຊົມ ​ເຂົ້າ​ໃຈ​ກ່ວາ​ກ່ຽວ​ກັບ​ນຳ້​ໃຈ​ຮັກ​ຊາດ, ນຳ້​ໃຈ​ບໍ່​ຍອມ​ຈຳນົນ​ຂອງ​ຊາດ, ຄວາມ​ຮັບຜິດຊອບ ​ແລະ ພາລະ​ໜ້າ​ທີ່​ຂອງ​ພົນລະ​ເມືອງ ຫວຽດນາມ ສຳລັບ​ອະທິປະ​ໄຕທະ​ເລ, ໝູ່​ເກາະ, ຍົກ​ສູງ​ນຳ້​ໃຈ​ຮັກ​ຊາດ, ​ເພີ່ມ​ທະວີ​ກຳລັງ​​ແຮງ​ສາມັກຄີ, ​ເປັນ​ເອກະ​ພາບ​ໃນ​ປະຊາຊົນ ​ແລະ ລະຫວ່າງ​ປະຊາຊົນ​ຕໍ່​ພັກ, ລັດ, ສ້າງ​ຄວາມ​ໄວ​້​ເນື້ອ​ເຊ​ື່ອ​ໃຈ​ໃນ​ປະຊາຊົນ… ງານ​ວາງສະ​ແດງ​ຈັດ​ຕັ້ງ​ຮອດ​ວັນ​ທີ 21/5.


ຂ່າວ/ບົດ​ອື່ນ