ຈີນແລະລັດເຊຍລົງນາມໃນເອກະສານຮ່ວມມືສອງຝ່າຍ21ສະບັບ
ນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫລີເຄີຊຽງ
ພາບ:internet
|
(vovworld)- ຈີນແລະລັດເຊຍລົງນາມໃນເອກະສານຮ່ວມມືສອງຝ່າຍ21ສະບັບ, ນີ້ແມ່ນໝາກຜົນບັນລຸໄດ້ລະຫວ່າງການນຳລັດຖະບານລັດເຊຍ ແລະ ຈີນ ໃນວັນທີ 22/10 ໃນຂອບເຂດການຢ້ຽມຢາມ ຈີນຂອງທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມພາຍຫລັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຈີນ ຫລີເຄີຊຽງ ໃຫ້ຮູ້ວ່າ: ການພົບປະລະຫວ່າງທ່ານ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ປະສົບຜົນສຳເລັດຢ່າງຈົບງາມ ຜ່ານເລ່ືອງສອງຝ່າຍເຫັນດີຮັບເອົາຂໍ້ຕົກລົງຫລາຍສະບັບ ເພື່ອຊຸກຍູ້ການພົວພັນຮ່ວມມືຍຸດທະສາດສອງຝ່າຍ. ທ່ານນາ ຍົກລັດຖະມົນຕີ ຈີນ ຫລີເຄີຊຽງ ຖະແຫລງວ່າ: ການຮ່ວມມືລະຫວ່າງສອງປະເທດສວມບົດບາດສຳຄັນສຳລັບສອງປະເທດ, ອາຊີ, ເອີລົບ ແລະ ນັບທັງໂລກອີກດ້ວຍ. ສ່ວນທ່ານນາຍົກລັດຖະມົນຕີ ລັດເຊຍ D Medvedev ໃຫ້ຮູ້ວ່າ: ສອງປະເທດເຫັນດີຮັດແຫນ້ນການຮ່ວມມືສອງຝ່າຍໃນບັນດາຂົງເຂດເຕັກໂນໂລຊີໃຫ້ສູງກວ່າອີກ, ເພີ່ມທະວີການລົງທຶນເຊິ່ງກັນ ແລະ ກັນ ແລະ ສຳຫລວດບັນດາມາດຕະການປັບປຸງການພົວພັນຮ່ວມມື. ກ່ອນຫນ້ານັ້ນ ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຈີນ ຫລີເຄີຊຽງ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ D Medvedev ພ້ອມກັນເປັນສັກຂິພິຍານພິທີລົງນາມໃນເອກະສານຮ່ວມມືສອງຝ່າຍ 21 ສະບັບ ແລະ ເປັນປະທານຮ່ວມກອງປະຊຸມນັດສາມັນຄັ້ງທີ 18 ລະຫວ່າງການນຳສອງປະເທດ.