(VOVWORLD) -ປັກກິ່ງ ຫວັງວ່າ ວໍຊິງຕັນ ຈະຢຸດຕິ “ການກະທຳຈຳກັດ ແລະ ຈຳແນກການປະພຶດ” ກັບບັນດາບໍລິສັດຂອງຈີນ, ພ້ອມທັງສ້າງເງື່ອນໄຂເພື່ອປະຕິບັດຂໍ້ຕົກລົງດ້ານການຄ້າໄລຍະທີ 1.
(ພາບປະກອບ: AFP/TTXVN)
|
ວັນທີ 13 ສິງຫາ, ທ່ານ ຢຶນຂຸງບິນ, ຜູ້ຊ່ວຍວຽກລັດຖະມົນຕີການຄ້າຈີນ ໃຫ້ຮູ້ວ່າ, ປັກກິ່ງ ຫວັງວ່າ ວໍຊິງຕັນ ຈະຢຸດຕິ “ການກະທຳຈຳກັດ ແລະ ຈຳແນກການປະພຶດ” ກັບບັນດາບໍລິສັດຂອງຈີນ, ພ້ອມທັງສ້າງເງື່ອນໄຂເພື່ອປະຕິບັດຂໍ້ຕົກລົງດ້ານການຄ້າໄລຍະທີ 1.
ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ຢຶນຂຸງບິນ ເວົ້າວ່າ,ໂລກລະບາດໂຄວິດ-19 ແລະ ບັນດາມາດຕະການຄວບຄຸມການສົ່ງອອກຂອງອາເມລິກາ ເປັນສິ່ງຈະແຈ້ງແລ້ວວ່າໄດ້ສົ່ງຜົນສະທ້ອນເຖິງລະດັບການຊື້ຂອງຈີນ ສຳລັບສິນຄ້າ ແລະ ການບໍລິການຂອງອາເມລິກາ.