(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ທັງເປັນປະທານສະພາຜູ້ແທນລາດຊະດອນແຫ່ງລາຊະອານາຈັກໄທ ສົມສັກ ກິດສູ້ຣານົນ, ຕອນເຊົ້າວັນທີ 3/12, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ນຳໜ້າ, ໄດ້ໄປຮອດນະຄອນຫຼວງບາງກົກ, ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີແຫ່ງລາສະອານາຈັກໄທ ຢ່າງເປັນທາງການ. ພາຍຫຼັງພິທີ່ຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ປະທານສະພາແຫ່ງຊາດໄທ ສົມສັກ ກິດສູ້ຣານົນ ໄດ້ເປັນປະທານຮ່ວມການເຈລະຈາ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນເລື່ອງຍົກການພົວພັນລະຫວ່າງຫວຽດນາມ - ໄທ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດໃນໄລຍະຈະມາເຖິງ; ຖືວ່ານີ້ແມ່ນບາດກ້າວທີ່ສຳຄັນໃນການຮັດແໜ້ນ ແລະ ນຳການພົວພັນສອງປະເທດພັດທະນາເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນຢ່າງແທດຈິງກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ພັດທະນາຢູ່ພາກພື້ນ. ທ່ານປະທານສະພາແຫ່ງຊາດ ສົມສັກ ກິດສູ້ຣານົນ ປາດຖະໜາວ່າ ສະພາແຫ່ງຊາດ ແລະ ລັດຖະບານສອງປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ເພື່ອການພັດທະນາຢ່າງວັດທະນາຖາວອນຂອງແຕ່ລະປະເທດ ແລະ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ. ສອງຝ່າຍກໍເຫັນດີເປັນເອກະພາບນຳກັນສືບຕໍ່ເພື່ອທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການເຄື່ອນໄຫວຂອງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມ - ໄທ, ໄທ - ຫວຽດນາມ ຫຼາຍກວ່າອີກ, ປະຕິບັດບົດບາດເປັນຂົວເຊື່ອມຕໍ່ໃຫ້ແກ່ການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດຍິ່ງກວ່າອີກ.
ຕອນເຊົ້າຂອງວັນດ່ຽວກັນ, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ໄດ້ພົບປະກັບທ່ານປະທານວຸດທິສະພາໄທ ນິຄົມ ໄວຣະຣັດພານນິດ. ທ່ານປະທານສະພາແຫ່ງຊາດ ຫວງຽນຊິງຮຸ່ງ ຊີ້ແຈ້ງວ່າ ຫວຽດນາມ ຖືການພົວພັນມິດຕະພາບ, ການຮ່ວມມືຮອບດ້ານກັບລາຊະອານາຈັກໄທ ເປັນສຳຄັນ, ຢືນຢັນການຢ້ຽມຢາມຂອງຄະນະຜູ້ແທນ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງອົງການນິຕິບັດຍັດ, ພ້ອມທັງເປີດບັນດາແງ່ຫວັງຮ່ວມມືໃໝ່ໃນການພົວພັນສອງຝ່າຍ ກໍ່ຄືການພົວພັນຮ່ວມມືໃນພາກພື້ນ ແລະ ສາກົນ. ທ່ານປະທານສະພາສູງໄທ ຫວັງວ່າ, ຫວຽດນາມ ແລະ ໄທຈະສືບຕໍ່ເສີມຂະຫຍາຍບົດບາດສຳຄັນໃນການເຊື່ອມຕໍ່ບັນດາການເຄື່ອນໄຫວຮ່ວມມືໃນອາຊຽນ, ເພື່ອສັນຕິພາບ, ພັດທະນາ ແລະ ຜົນປະໂຫຍດຂອງແຕ່ລະຝ່າຍ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ
ພົບປະກັບທ່ານນາງນາຍົກລັດຖະມົນຕີໄທ
(ພາບ: nguyenphutrong.net)
ແລະ ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ພົບປະກັບທ່ານນາງນາຍົກລັດຖະມົນຕີໄທ ຍິງຣັກຊິນນະວັດ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ຊົມເຊີຍຂໍ້ລິເລີ່ມຂອງໄທໃນການຍົກການພົວພັນລະຫວ່າງ 2 ປະເທດຂຶ້ນເປັນລະດັບຄູ່ຮ່ວມມືຍຸດທະສາດ ແລະ ເນັ້ນໜັກວ່າ ເຫດການນີ້ຈະນຳມາເຊິ່ງປະສິດທິຜົນອັນໃຫຍ່ຫຼວງໃຫ້ແກ່ 2 ປະເທດ ແລະ ພາກພື້ນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ. ສ່ວນ ທ່ານນາງນາຍົກລັດຖະມົນຕີໄທ ຍິງຣັກຊິນນະວັດໄດ້ເຫັນດີນຳຄຳເຫັນຂອງ ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລະ ຖືວ່າ ການຍົກການພົວພັນລະຫວ່າງ 2 ປະເທດຂຶ້ນເປັນລະດັບຄູ່ຮ່ວມມືຍຸດທະສາດໃນສະພາບຄວາມຫຍຸ້ງຍາກຮ່ວມຂອງເສດຖະກິດໂລກ ແມ່ນວຽກງານທີ່ຈຳເປັນ, ແນໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງພາກພື້ນ ແລະ ໃນໂລກ. ໃນຕອນບ່າຍຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບສະມາຄົມມິດຕະພາບໄທ-ຫວຽດນາມ ແລະ ທ່ານປະທານກຸ່ມ ສ.ສ.ຊ ມິດຕະພາບໄທ-ຫວຽດນາມເຂົ້າຢ້ຽມຂ່ຳນັບ.