ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຢູ່​ແຂວງ​ບິ່ງ​ດິ້ງ

(VOVWORLD) - ກອງປະຊຸມສຳມະນາໄດ້ສະໜອງບົດຮຽນປະສົບການໃນການຮຽກຮ້ອງທຶນປະສົບຜົນສຳເລັດ, ກາລະໂອກາດໃນຕະຫຼາດ ແລະ ທ່າອ່ຽງປ່ຽນແປງໃໝ່ປະດິດຄິດສ້າງສຳຄັນໃຫ້ແກ່ຫົວໜ່ວຍວິສາຫະກິດຢູ່ ແຂວງບິ່ງດິ້ງ ເພື່ອຕອບສະໜອງຄວາມຕ້ອງການຂອງບັນດານັກລົງທຶນ.
ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ຢູ່​ແຂວງ​ບິ່ງ​ດິ້ງ - ảnh 1ກອງປະຊຸມສຳມະນາ “ເຊື່ອມຕໍ່ກອງທຶນ ກັບວິສາຫະກິດ ປ່ຽນແປງໃໝ່ປະດິດຄິດສ້າງແຂວງ ບິ່ງດິ້ງ”
(ພາບ: ວຽດຮຽນ)

ວັນທີ 25 ສິງຫາ, ສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ໄດ້ສົມທົບກັບພະແນກແຜນການ ແລະ ການລົງທຶນ ແຂວງ ບິ່ງດິ້ງ ຈັດຕັ້ງ ກອງປະຊຸມສຳມະນາ “ເຊື່ອມຕໍ່ກອງທຶນ ກັບວິສາຫະກິດ ປ່ຽນແປງໃໝ່ປະດິດຄິດສ້າງແຂວງ ບິ່ງດິ້ງ”. ກອງປະຊຸມສຳມະນາໄດ້ສະໜອງບົດຮຽນປະສົບການໃນການຮຽກຮ້ອງທຶນປະສົບຜົນສຳເລັດ, ກາລະໂອກາດໃນຕະຫຼາດ ແລະ ທ່າອ່ຽງປ່ຽນແປງໃໝ່ປະດິດຄິດສ້າງສຳຄັນໃຫ້ແກ່ຫົວໜ່ວຍວິສາຫະກິດຢູ່ ແຂວງບິ່ງດິ້ງ ເພື່ອຕອບສະໜອງຄວາມຕ້ອງການຂອງບັນດານັກລົງທຶນ. ຢູ່ກອງປະຊຸມສຳມະນາ, ຜູ້ຕາງໜ້າສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ຂອງ ຫວຽດນາມ, ພິເສດແມ່ນ ເຂດເສດຖະກິດຄືແຂວງ ບິ່ງດິ້ງ, ພວມມີການປ່ຽນແປງທີ່ຕັ້ງໜ້າຫຼາຍຢ່າງຕາມທິດສ້າງເງື່ອນໄຂນັບມື້ນັບສະດວກໃຫ້ແກ່ນັກລົງທຶນ, ພ້ອມທັງສ້າງລະບົບກົດໝາຍ, ນະໂຍບາຍກ່ຽວກັບການລົງທຶນໃຫ້ສົມບູນແບບຢ່າງຕໍ່ເນື່ອງຕາມທິດປອດໂປ່ງ, ສະດວກກ່ວາອີກໃຫ້ແກ່ບັນດາວິສາຫະກິດປ່ຽນແປງໃໝ່ປະດິດຄິດສ້າງ. ໃນວັນດຽວກັນກໍ່ໄດ້ດຳເນີນພິທີປະກາດ “ການຮ່ວມມືຜັນຂະຫຍາຍໂຄງການໜູນຊ່ວຍວິສາຫະກິດ” ແລະ ພິທີປະກາດ “ຮ່ວມມືຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງແຂວງບິ່ງດິ້ງ”. ນີ້ແມ່ນເຫດການສ້າງຂີດໝາຍບາດກ້າວຕົ້ນຕໍໃນການກໍ່ສ້າງ, ໜູນຊ່ວຍລະບົບນິເວດປ່ຽນແປງໃໝ່ປະດິດຄິດສ້າງ ໃນບໍລິເວນແຂວງບິ່ງດິ້ງ, ຜ່ານນັ້ນ, ປະກອບສ່ວນຊຸກຍູ້ເສດຖະກິດແຂວງ ບິ່ງດິ້ງ ໃຫ້ກາຍເປັນພື້ນຖານເສດຖະກິດພັດທະນາທີ່ຂະຫຍັນຂັນເຄື່ອນ, ວ່ອງໄວ, ໝັ້ນຄົງບົນພື້ນຖານວິທະຍາສາດເຕັກໂນໂລຢີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ