(ພາບປະກອບ)
(vovworld) – ທ່ານນາຍົກລັດຖະມົນຕີ ລັດຖະບານ ຫວຽດນາມ ຫາກໍມີຄວາມເຫັນຊີ້ນຳກ່ຽວກັບບັນດາມາດຕະການຊຸກຍູ້ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ ແລະ ສະບຽງອາຫານ ຫວຽດນາມ ເຂົ້າຕະຫລາດ ສິງກະໂປ. ຕາມນັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເປັນເຈົ້າພາບການເຈລະຈາ ກັບຝ່າຍ ສິງກະໂປ ເພື່ອລົງນາມໃນສັນຍາຕົກລົງຮັບຮອງເຊິ່ງກັນ ແລະ ກັນໃນຂົງເຂດຜະລິດຕະພັນ ກະເສດ, ສິນໃນນ້ຳ, ເພີ່ມທະວີການຮ່ວມມື, ພົບປະແລກປ່ຽນ ເພື່ອແນໃສ່ຊຸກຍູ້ການສົ່ງອອກບັນດາຜະລິດຕະພັນກະເສດ, ສິນໃນນ້ຳ ແລະ ສະບຽງອາຫານຂອງ ຫວຽດນາມ ເຂົ້າຕະຫລາດ ສິງກະໂປ. ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າພາບໃນການຈັດຕັ້ງບັນດາໂຄງການສົ່ງເສີມດ້ານການຄ້າກ່ຽວກັບການຊຸກຍູ້ຜະລິດຕະພັນກະເສດ, ສິນໃນນ້ຳ ແລະ ສະບຽງອາຫານຢູ່ຕະຫລາດ ສິງກະໂປ; ເຊື່ອມຕໍ່ບັນດາວິສາຫະກິດສົ່ງອອກໝວດສິນຄ້າດັ່ງກ່າວກັບບັນດາວິສາຫະກິດນຳເຂົ້າຝ່າຍ ສິງກະໂປ.
ໃນ 3 ປີຜ່ານມາ, ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ສິງກະໂປ ບັນລຸລະດັບສະເລ່ຍແມ່ນກ່ວາ 12% ຕໍ່ປີ. ການສົ່ງອອກຂອງ ຫວຽດນາມ ໄປຍັງ ສິງກະໂປ ໃນປີ 2014 ບັນລຸເກືອບ 3 ຕື້ USD, ວົງເງິນນຳເຂົ້າບັນລຸກ່ວາ 6,8 ຕື້ USD.