ຊຸມມື້ຕົ້ນປີໃຫມ່, ມີປະຊາຊົນກວ່າໝື່ນຄົນໄດ້ໄປຖະຫວາຍທູບທຽນຢູ່ວິຫານຮຸ່ງ

(VOVWORLD) -ວັນທີ 16 ກຸມພາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດ ວິຫານຮຸ່ງ, ປະຊາຊົນແຂວງ ຟູທໍ້ ແລະ ແຂກມາຈາກທຸກສາລາທິດ ໄດ້ພາກັນໄປວັດ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ ແລະ ພາວະນາຂໍໃຫ້ປີໃຫມ່ມີຄວາມຢູ່ເຢັນເປັນສຸກ.

ຊຸມມື້ຕົ້ນປີໃຫມ່, ມີປະຊາຊົນກວ່າໝື່ນຄົນໄດ້ໄປຖະຫວາຍທູບທຽນຢູ່ວິຫານຮຸ່ງ - ảnh 1ການນຳແຂວງຟູທໍ້ຖະຫວາຍທູບທຽນຢູ່ວິຫານຮຸ່ງ

ພາບ:vietnam+

ຕາມຄະນະຄຸ້ມຄອງເຂດປູຊະນີຍະສະຖານແລ້ວ, ໃນຊຸມມື້ຕົ້ນປີໃຫມ່ ມີປະຊາຊົນນັບໝື່ນຄົນໄດ້ມາຢ້ຽມຢາມວິຫານຮຸ່ງ ເພື່ອຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ. ເພື່ອຕ້ອນຮັບຈຳນວນແຂກຢ່າງຫລວງຫລາຍຄືແນວນັ້ນ, ຄະນະຄຸ້ມຄອງໄດ້ກະກຽມຢ່າງລອບຄອບຖິ່ຖ້ວນກ່ຽວກັບພື້ນຖານໂຄງລ່າງ, ວຽກງານຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ.

ວິຫານຮຸ່ງ ໄດ້ຮັບຖືວ່າ ແມ່ນແຫ່ງສັກກະລະບູຊາກວ່າໝູ່ຂອງປະເທດຊາດ. ແຫ່ງນີ້ກໍ່ແມ່ນກົກເຄົ້າເຫງົ້າກໍ່ຂອງຊາດຫວຽດນາມ. ປະຊາຊົນມາຈາກທຸກແຫ່ງໃນທົ່ວປະເທດ ກໍ່ຄືຊາວຫວຽດນາມ ອາໄສຢູ່ຫລາຍປະເທດໃນໂລກ ປີໃດກໍ່ກັບຄືນມາເພື່ອເຂົ້າຢ້ຽມຢາມວັດ. 

ຕອບກັບ

ຂ່າວ/ບົດ​ອື່ນ