ພາບປະກອບ
|
(vovworld) – ກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫາກໍ່ມີຄຳສັ່ງກ່ຽວກັບການສືບຕໍ່ຍູ້ແຮງການປະຕິບັດມະຕິຂອງກົມການເມືອງຊຸດທີ 9 ກ່ຽວກັບວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່. ຄຳສັ່ງຊີ້ແຈ້ງວ່າ: ສືບຕໍ່ສະແດງຢ່າງຄົບຖ້ວນ ແລະ ເສີມຂະຫຍາຍມູນເຊື້ອມະຫາສາມັກຄີທົ່ວປວງຊົນເປັນຢ່າງດີ, ຊຶ່ງແມ່ນພື້ນຖານຂອງຄວາມສາມັກຄີແມ່ນຈິດໃຈແຫ່ງຊາດ ແລະ ຄວາມຮັກປະເທດຊາດ, ຄວາມເອກອ້າງທະນົງໃຈຂອງຊາດ ແລະ ຈຸດໝາຍລວມຂອງຊາວ ຫວຽດນາມ ທຸກຄົນແມ່ນສ້າງສາປະເທດ ຫວຽດນາມ ສັນຕິພາບ, ເອກະລາດ, ເອກະພາບຜືນແຜ່ນດິນອັນຄົບຖ້ວນ, ເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ , ສີວິໄລ…
ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງບໍ່ອາດຕັດແຍກ ແລະ ແມ່ນແຫຼ່ງກຳລັງຂອງປະຊາຄົມຊາວ ຫວຽດນາມ. ຕາມຄຳສັ່ງແລ້ວ, ເພີ່ມທະວີຄວາມສະໜິດຕິດພັນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຕໍ່ປະເທດຊາດກ່ວາອີກ. ຊາວ ຫວຽດນາມ ທຸກຄົນຢູ່ຕ່າງປະເທດລ້ວນແຕ່ໄດ້ຮັບການສົ່ງເສີມ, ສ້າງເງື່ອນໄຂກັບເມືອບ້ານເກີດເມືອງນອນ, ລົງທຶນດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ. ສືບຕໍ່ເອົາໃຈໃສ່, ມີມາດຕະການເໝາະສົມເພື່ອແກ້ໄຂບັນດາບັນຫາຍັງຄົງຄ້າງບົນຈິດໃຈເປີດເຜີຍ, ເຫັນອົກເຫັນໃຈກັນ, ປິດອະດິດໄວ້, ມຸ່ງໄປສູ່ອະນາຄົດ. ຢືດໝັ້ນການຂົນຂວາຍ, ເກ້ຍກອມບັນດາຜູ້ຍັງຮັກສາແນວຄິດຕາຍຕົວ…
ຄຳສັ່ງເນັ້ນໜັກວ່າ: ສືບຕໍ່ຍູ້ແຮງການປະຕິຮູບລະບຽບການບໍລິການເພື່ອແນໃສ່ແກ້ໄຂສິ່ງຄົງຂ້າງ, ສ້າງເງື່ອນໄຂສະດວກໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເມື່ອກັບເມືອ ຫວຽດນາມ ດຳລົງຊີວິດ ແລະ ທຳມະຫາກິນ ໄດ້ຮັບສັນຊາດຄືນສຳລັບບັນດາຜູ້ມີເງື່ອນໄຂຢ່າງພຽງພໍ, ສ້າງເງື່ອນໄຂກ່ວາອີກໃນການມີກຳມະສິດນຳໃຊ້ເຮືອນຢູ່ທີ່ ຫວຽດນາມ, ຫັນລະບຽບການເຂົ້າ - ອອກເມືອງ, ລົງທຶນ, ສົ່ງ, ຮັບ ແລະ ນຳໃຊ້ແຫຼ່ງເງິນຈາກຕ່າງປະເທດເປັນງ່າຍດາຍ…
ກົມການເມືອງຮຽກຮ້ອງໃຫ້ຕ້ອງກວດກາ, ເພີ່ມເຕີມການສ້າງກົນໄກ, ນະໂຍບາຍ ແລະ ກົດໝາຍໃຫ້ສົມບູນແບບເພື່ອສ້າງກອບກົດໝາຍສະດວກໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດລົງທຶນ, ດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການດຶງດູດເງິນລົງທຶນ, ມອບໂອນເຕັກໂນໂລຢີຈາກບັນດາປະເທດເຂົ້າ ຫວຽດນາມ ແລະ ຊຸກຍູ້ການສົ່ງອອກ, ໜູນຊ່ວຍການລົງທຶນຂອງ ຫວຽດນາມ ຢູ່ຕ່າງປະເທດ. ມີນະໂຍບາຍດຶງດູດ, ນຳໃຊ້ນັກຊ່ຽວຊານ, ນັກຮຽກຮູ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນໃນບັນດາຂົງເຂດຈຳເປັນ, ຕອບສະໜອງຄວາມຕ້ອງການຂອງພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.