ອາເມລິກາຫວ່ານທາດເຄມີໃສ່ເຂດດິນແດນຫວຽດນາມໃນໄລຍະ
ສົງຄາມ
ພາບ:internet
|
(vovworld)- ກ່າວຄຳເຫັນທີ່ກອງປະຊຸມສະຫລຸບວຽກງານປີ 2013, ທິດທາງ, ແຜນການວຽກງານປີ 2014 ເຊິ່ງດຳເນີນໄປໃນວັນທີ 25/12 ຢູ່ ຮ່າໂນ້ຍ ໂດຍຫ້ອງການຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດເຄມີທີ່ ອາເມລິກາ ນຳໃຊ້ໃນສົງຄາມຢູ່ຫວຽດນາມ, ຫ້ອງການຄະນະຊີ້ນຳ 33 ຈັດຕັ້ງ, ທ່ານ ບູ່ຍແກກຕວຽນ, ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ສັງກັດຫ້ອງການຂອງຄະນະຊີ້ນຳ 33 ໄດ້ຮຽກຮ້ອງວ່າ: ໃນໄລຍະຈະມາເຖິງ, ຫ້ອງການຂອງຄະນະຊີ້ນຳ 33 ຄວນມານະພະຍາຍາມກວ່າອີກ ຍູ້ແຮງຄວາມຄືບຫນ້າໃນການແກ້ໄຂສະພາບມົນລະພິດດີໂອຊີນ ຢູ່ ສະຫນາມບິນ ບຽນຮວ່າ. ຄຽງຄູ່ກັນນັ້ນ ສືບຕໍ່ສຳພັດກັບບັນດາວິທີແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດເຄມີຕາມເຕັກໂລໂລຊີ ທີ່ກ້າວຫນ້າສອດຄ່ອງກັບສະພາບຕົວຈິງ, ຄວນສ້າງຖານຂໍ້ມູນກຳນົດເຂດທີ່ຖືກຜົນສະທ້ອນຈາກທາດພິດເຄມີ, ຮ່ວມມືກັບບັນດາຄູ່ຮ່ວມມືຄື: ຍີ່ປຸ່ນ, ສເກົາຫລີ ເພື່ອຍົກສູງການພົວພັນຮ່ວມມືສາກົນໃນວິວັດການແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດເຄມີ.