ຍີ່ປຸ່ນກະຕຸກຊຸກຍູ້ຈີນສ້າງໂທລະສັບສາຍດ່ວນປ້ອງກັນປະເທດໂດຍໄວ

ຍີ່ປຸ່ນກະຕຸກຊຸກຍູ້ຈີນສ້າງໂທລະສັບສາຍດ່ວນປ້ອງກັນປະເທດໂດຍໄວ - ảnh 1
ທ່ານ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ Itsunori Onodera
(ພາບ: dantri.com.vn)


(vovworld) - ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ກັບ​ບັນດາ​ຄູ່​ຕຳ​ແໜ່​ງຂອງຝຣັ່ງຢູ່​ນະ​ຄອນ​ຫຼວງ ປາຣີ ​ເມື່ອ​ວັນ​ທີ 9/1, ທ່ານ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ Itsunori Onodera ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ ປະ​ເທດ​ນີ້ Fumio Kishida ​ເນັ້ນ​ໜັກ​ວ່າ: ຈຸດໝາຍ​ໜຶ່ງ​ດຽວ​ຂອງ ​ໂຕ​ກຽວ ​ແມ່ນ​ສ້າງ​ພື້ນຖານ​ສັນຕິພາບ​ອັນ​ຍາວ​ນານ​ຢູ່ ອາຊີ - ​ປາຊີ​ຟິກ.

        ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ  Onodera ຊີ້​​ແຈ້ງວ່າ ຍີ່ປຸ່ນ ​ແລະ ຈີນ ຄວນ​ສ້າງ​ໂທລະສັບ​ສາຍ​ດ່ວນ​ເພື່ອ​ໂອ້​ລົມ​ສົນທະນາ​​ແນ​ໃສ່​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອນ​ກັນ​ໃນ​ທະ​ເລ ຮວາ​ຕູ​ງ. ຕາມ​ທ່ານ Onodera ​ແລ້ວ, ​ເຖິງ​ວ່າການ​ພົວພັນ​ກັບ ຈີນ​ ພວມ​ເຄັ່ງ​ຕຶງກໍ່ຕາມ​ແຕ່​ຍາມ​ໃດ ໂຕ​ກຽວ ກໍ່​ຖື ປັກ​ກີ່​ງ ​ແມ່ນ​ຄູ່​ຮ່ວມ​ມື​ບ້ານ​ໃກ້​ເຮືອນ​ຄຽງ​ທີ່ສຳຄັນ. ດັ່ງ​ນັ້ນ, 2 ຝ່າ​ຍຕ້ອງ​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ​ຄືນ​ໃໝ່.


ຂ່າວ/ບົດ​ອື່ນ