ຍ້ອງຍໍຄູອາຈານເປັນນັກທຸລະກິດທີດີເດັ່ນປີ 2012

ຍ້ອງຍໍຄູອາຈານເປັນນັກທຸລະກິດທີດີເດັ່ນປີ 2012 - ảnh 1
ພິທີຍ້ອງ​ຍໍ​ຄູ​ອາຈານ​​ເປັນນັກທຸລະກິດ​ທີດີ​ເດັ່ນ​ປີ 2012
(ພາບ: baomoi.com)

(vovworld) -     ​ໃນ​ຂອບ​ເຂດ​ລາຍການ Festival ຊາວ​ໜຸ່ມ​​ກໍ່​ຮ່າງ​ສ້າງ​ຕົວ​ປີ 2012, ຕອນ​ຄໍ່າ​ວັນ​ທີ 11/11, ຢູ່​ທີ​ຮ່າ​ໂນ້ຍ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ສູນ​ກາງ​ສະຫະ​ພັນ​ຊາວ​ໜຸ່ນ​ຫວຽດນາມ ຈັດ​ຕັ້ງ​ພິທີ​ຍ້ອງຍໍສັນລະ​ເສີນ​ຄູ​ອາຈານເປັນ​ນັກທຸລະກິດທີ່​ດີ​ເດັ່ນ​ປີ 2012. ຄູ​ອາຈານ​​ເປັນນັກທຸລະກິດ 35 ຄົນ ທີ່​ໄດ້​ຮັບ​ການ​ຍ້ອງຍໍສັນລະ​ເສີນ, ​ແມ່ນ​ບັນດາ​ຜູ້​ທີ່​ໄດ້​ປະກອບສ່ວນ​ສິດສອນກວ່າ 100 ຊົ່ວ​ໂມງ​ ​ແລະ ມີ​ບັນດາ​ບົດ​ຂຽນ​ໃນ​ເວທີ​ປາ​ໄສ. ນີ້​ແມ່ນ​ບັນດາ​ນັກທຸລະກິດທີ່ໄດ້​ຕັ້ງໜ້າ​ໃນ​ການ​ສິດສອນຜ່ານທາງ​ອິນ​ເຕີ​ແນ​ດ ​ແລະ ສອນທົ່ວ​​ໄປ​ຂອງ​ໂຄງການ “​ໃຫ້​ຄຳທີ່​ປຶກສາ, ໜູນ​ຊ່ວຍ​ຊາວ​ໜຸ່​ມເລີ່​ມດຳ​ເນີນ​ທຸລະ​ກິດ ​ແລະ ສ້າງອາ​ຊີບ”. ທີ່​ພິທີ, ຄະນະ​ຈັດ​ຕັ້ງ​ລາຍການ​ໄດ້​ເຊີນກຸ່ມ​ຊາວ​ໜຸ່ມ, ນັກ​ສຶກສາກໍ່​ຮ່າງ​ສ້າງ​ຕົວ​ຂອງ​ມະຫາວິທະຍາ​ໄລ​ການ​ຄ້າ​ຕ່າງປະ​ເທດ, ມະຫາວິທະຍາ​ໄລ​ຊັບພະ​ວິ​ຊາ, ມະຫາວິທະຍາ​ໄລ​ຮ່າ​ໂນ້ຍ ບັນ​ລະ​ຍາຍ​ແນວ​ຄວາມ​ຄິດກໍ່​ຮ່າງ​ສ້າງ​ຕົວ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​​ໃຫ້ບັນດາ​ຊ່ຽວ​ຊານ, ຄູ​ອາຈານ​​ເປັນ​ນັກທຸ​ລະ​ກິດພິຈາລະນາ, ປະກອບ​ຄຳ​ເຫັນ. ນີ້​ແມ່ນ​ໂອກາດ​ຊ່ວຍ​ໃຫ້​ບັນດາ​ຊາວ​ໜຸ່ມ, ນັກ​ສຶກສາກໍ່​ຮ່າງ​ສ້າງ​ຕົວ​ສຳ​ພັດ​ກັບ​ບັນດາ​ນັກທຸລະກິດ​ທີ່ປະສົບ​ຜົນ​ສຳ​​ເລັດ​ໃນ​​ຂົງ​ເຂດຕ່າງໆ ​ເພື່ອ​ເປີດ​ກາລະ​ໂອກາດ​ຮ່ວມ​ມື, ລົງທຶນ​ພ້ອມ​ກັນ​ພັດທະນາ, ປະຕິບັດ​ບັນດາ​ໂຄງການກໍ່​ຮ່າງ​ສ້າງ​ຕົວ​​ໃນ​ອະນາຄົດ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ຂ່າວ/ບົດ​ອື່ນ