ຍ້ອງຍໍບັນດາຄູສອນນັກທຸລະກິດດີເດັ່ນປີ 2014
(ຍ້ອງຍໍບັນດາຄູສອນ - ນັກທຸລະກິດດີເດັ່ນປີ 2014)
(vovworld) – ຕອນຄໍ່າວັນທີ 14/12, ຢູ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ສະມາຄົມນັກທຸລະກິດໜຸ່ມຫວຽດນາມ, ປະຕູຖານຂໍ້ມູນ ແທ໋ງຢ໋ອງ ສົມທົບກັບໜ່ວຍປະສົມເຕັກໂນໂລຊີການສຶກສາ TOPICA ຈັດຕັ້ງການຍ້ອງຍໍຄູສອນ-ນັກທຸລະກິດດີເດັ່ນປີ 2014, 30 ຄົນ. ທີ່ລາຍການ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ໄດ້ຍ້ອງຍໍຄູສອນ - ນັກທຸລະກິດດີເດັ່ນ 30 ຄົນ, ໃນນັ້ນມີ 5 ລາງວັນອຸທິດສ່ວນ ສະຫງວນໃຫ້ບັນດານັກທຸລະກິດ ທີ່ມີການປະກອບສ່ວນຫຼາຍຢ່າງ ໃນການພ້ອມກັບຊາວໜຸ່ມກໍ່ຮ່າງສ້າງຕົວ. ນີ້ແມ່ນບັນດານັກທຸລະກິດໄດ້ຕັ້ງໜ້າເຂົ້າຮ່ວມການສອນໃນໂຄງການ “ໃຫ້ຄຳປຶກສາ,ໜູນນຊ່ວຍຊາວໜຸ່ມເລີ່ມດຳເນີນທຸລະກິດ ແລະ ກໍ່ຮ່າງສ້າງຕົວ” ແລະ ໂຄງການ “1000 ນັກທຸລະກິດຖອດຖອນບົດຮຽນໃຫ້ຊາວໜຸ່ມຜ່ານ Elearning”.