ຍູ້ແຮງການຮ່ວມມດ້ານສຶກສາລະຫວ່າງຫວຽດນາມ - ອາເມລິກາ

ຍູ້ແຮງການຮ່ວມມດ້ານສຶກສາລະຫວ່າງຫວຽດນາມ - ອາເມລິກາ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
ຕ້ອນຮັບ​ທ່ານ ສາດສະດາຈານ Roger Myerson
(ພາບ: VGP)


(vovworld) -     ຕອນ​ເຊົ້າ​ວັນ​ທີ 15/11, ກ່າວຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ ສາດສະດາຈານ Roger Myerson (ມະຫາວິທະຍາ​ໄລ ຈີ​ກາ​ໂກ - ອາ​ເມ​ລິ​ກາ), ຜູ້​ທີ່​ຍາດ​ໄດ້​ລາງວັນ Nobel ​ເສດຖະກິດ​ປີ 2007, ທີ່​ພວມ​ຢູ່ຢ້ຽມຢາມຫວຽດນາມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ປາດ​ຖະໜາ​ວ່າ ສາດສະດາຈານ ຈະ​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ແທ້​ຈິງ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ຂອງ​ອາ​ເມ​ລິ​ກາ ກັບ​ບັນດາ​ມະຫາວິທະຍາ​ໄລ​ຂອງ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ໜັກ​ວ່າ, ຫວຽດນາມ ຖື​ການ​ສຶກສາ - ບຳລຸງ​ສ້າງ​ແມ່ນ​ບັນດານະ​ໂຍບາຍ​ອັນ​ດັບ​ໜຶ່ງ ​ເພາະສະ​ນັ້ນ​ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ພື້ນຖານ​ກາ​ນສຶກ​ສາ, ບັນດາ​ມະຫາວິທະຍາ​ໄລ​ທີ່​ກ້າວໜ້າ​ໃນ​ໂລກ, ຊົມ​ເຊີຍ​ບັນດານັກວິທະຍາສາດ​ມາ​ຢ້ຽມຢາມ ​ແລະ ​ແລກປ່ຽນ​ຖ່າຍ​ທອດບົດຮຽນຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ