ຕວກກີຊົມເຊີຍຄວາມມາ ນະພະຍາຍາມຂອງລັດ ເຊຍເພື່ອສິ້ນສຸດວິກິດ ການຢູ່ຊີຣີ
ສະພາບການຢູ່ຊີຣີ
(ພາບ: AFP/TTXVN )
(vovworld)- ວັນທີ 29/12, ທ່ານ Mevlut Cavusigolu ລັດຖະມົນຕີການຕ່າງປະເທດຕວກກີໃຫ້ຮູ້ວ່າ: ປະເທດນີ້ຊົມເຊີຍບັນດາຄວາມມານະພະຍາຍາມຂອງລັດເຊຍ ຊຸກຍູ້ການເຈລະຈາໂດຍສັນຕິວິທີລະຫວ່າງຝ່າຍຕ່າງໆຢູ່ຊີຣີ, ເປີດຄວາມຫວັງຢຸດຕິການປະທະກັນທີ່ແກ່ຍາວເກືອບ 4 ປີຜ່ານມາທີ່ປະເທດຕາເວັນອອກກາງນີ້. ຄຳປະກາດນີ້ຂອງຜູ້ນຳຂະແໜງການທູດຕວກກີ ໄດ້ຍົກອອກມາພາຍຫຼັງລັດເຊຍ ຍົກອອກຂໍ້ລິເລີ່ມຈັດການເຈລະຈາລະຫວ່າງຜູ້ຕາງໜ້າລັດຖະບານຊີຣີ ກັບຝ່າຍຄ້ານຕ່າງໆຢູ່ປະເທດນີ້ຢູ່ມົດສະກູໃນວັນທີ 20/1/2015 ຈະມາເຖິງ. ທ່ານ Mevlut Cavusigolu ເນັ້ນໜັກວ່າ: ທຸກໆຝ່າຍທີ່ກ່ຽວຂ້ອງຕ້ອງເຂົ້າຮ່ວມວິວັດການນີ້, ໃນນັ້ນມີລັດເຊຍ ແລະ ອີຣານຄວນແມ່ນສ່ວນໜຶ່ງໃນການຊຸກຍູ້ວິວັດການດັ່ງກ່າວ./.