(vovworld) - ຕອນຄໍ່າວັນທີ 29/06, ຜູ້ແຫ່ຂະບວນປະທ້ວງນັບພັນຄົນ ໄດ້ເຕົ້າໂຮມຢູ່ ສະໜາມຫຼວງ ຕັກສິມ ຢູ່ນະຄອນ ອິດສຕານບຸນ ດ້ວຍຄຳຂວັນຄັດຄ້ານລັດຖະບານ ແລະ ຕຳຫຼວດຕວກກີ, ພາຍຫຼັງມີຊາວເກີກ ຜູ້ໜຶ່ງຖືກຕຳຫຼວດຍິງ ໃນການແຫ່ຂະບວນປະທ້ວງເພື່ອຄັດຄ້ານການກໍ່ສ້າງຖານທີ່ໝັ້ນຂອງກຳລັງຕຳຫຼວດຢູ່ເມືອງ ນາຍ, ແຂວງ ດີຢາບາກີ, ເຂດທີ່ມີຊາວ ເກີກ ດຳລົງຊີວິດເປັນຈຳນວນຫຼວງຫຼາຍ, ເມື່ອວັນທີ 28/06 ແລະ ໄດ້ເສຍຊີວິດ. ຜູ້ແຫ່ຂະບວນປະທ້ວງເກືອບ 10.000 ຄົນ ໄດ້ເຕົ້າໂຮມຢູ່ສະໜາມຫຼວງ ຕັກສິມ, ເຮັດໃຫ້ກຳລັງຕຳຫຼວດຕ້ານການຈະລາຈົນຕ້ອງນຳໃຊ້ຮົ້ວກີດຂວາງ ແລະ ທໍ່ສິດນ້ຳເພື່ອຍຸບເລີກຜູ້ແຫ່ຂະບວນປະທ້ວງ. ຫາງສຽງມີຄວາມວິຕົກກັງວົນວ່າ ການໃຊ້ຄວາມຮຸນແຮງອາດຈະເກີດຂຶ້ນຄືນໃໝ່ ພາຍຫຼັງທີພັກປະຊາທິປະໄຕ ແລະ ສັນຕິພາບ (BDP) - ສະໜັບສະໜູນຊາວ ເກີກ - ຮຽກຮ້ອງການແຫ່ຂະບວນປະທ້ວງໃນທົ່ວປະເທດໃນວັນທີ 30/06.