(ພາບປະກອບ)
(vovworld): ປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ພວມພ້ອມກັບປະຊາຊົນລັດເຊຍ ຕ້ອນຮັບປີໃໝ່ ແລະ ວັນບຸນຄິຼດສະມາດ. ຕອນຄ່ຳວັນທີ 7/1, ຢູ່ຫໍປະຊຸມຂອງສະຖານທູດຫວຽດນາມ ປະຈຳລັດເຊຍ, ໄດ້ຈັດລາຍການສະແດງສິລະປະຍ້ອງຍໍບ້ານເກີດເມືອງນອນ, ປະເທດຊາດ, ຊົມເຊີຍລະດູບານໃໝ່ ແລະ ຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານຟ້າມຊວນເຊີນ ເອກອັກຄະລະຖະທູດຫວຽດນາມ ປະຈຳລັດເຊຍ ເນັ້ນໜັກວ່າ:
“ການສະແດງສິລະປະນັບແຕ່ວັນທີ 5/1 ມາຮອດປະຈຸບັນໄດ້ປະສົບຜົນສຳເລັດຢ່າງຈົບງາມ. ນີ້ແມ່ນການລະດົມກຳລັງໃຈບັນດາພາລະກອນສະຖານທູດກໍ່ຄືອົງການຕາງໜ້າຫວຽດນາມ ປະຈຳລັດເຊຍ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ເພື່ອກ້າວເຂົ້າສູ່ປີໃໝ່ດ້ວຍຄວາມມ່ວນຊື່ນໃໝ່, ມານະຈິດໃໝ່ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກສິ່ງທ້າທາຍ ແລະ ປະຕິບັດໜ້າທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ“