ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ ອົດ​ສະ​ຕາ​ລີ ​ເຂົ້າ​ສາ​ບານ​ຕົວ​ຮັບດຳ​ລົງ​ຕຳ​ແໜ​່ງ

(VOVWORLD) -ພາຍຫຼັງພິທີຮັບດຳລົງຕຳແໜ່ງ, ທ່ານ Anthony Albanese ຈະ ເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຢູ່ປະເທດ ຍີ່ປຸ່ນ ເພື່ອເຂົ້າຮ່ວມກອງປະຊຸມເວທີປາໄສຄວາມໝັ້ນຄົງ 4 ປະເທດ (ລວມມີ: ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ອົດສະຕາລີ).
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ ອົດ​ສະ​ຕາ​ລີ ​ເຂົ້າ​ສາ​ບານ​ຕົວ​ຮັບດຳ​ລົງ​ຕຳ​ແໜ​່ງ - ảnh 1ທ່ານ Anthony Albanese ນາຍົກລັດຖະມົນຕີຄົນໃໝ່ຂອງ ອົດສະຕາລີ (ພາບ: TTXVN)

ວັນທີ 23 ພຶດສະພາ,ທ່ານ Anthony Albanese ການນຳພັກສາທາລະນະ ອົດສະຕາລີ, ໄດ້ເຂົ້າສາບານຕົວຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີຜູ້ທີ 31 ຂອງປະເທດນີ້, ພາຍຫຼັງຍາດໄດ້ໄຊຊະນະທີ່ເປັນໜ້າປະທັບໃຈໃນການປ່ອນບັດເລືອກຕັ້ງຢູ່ສະພາແຫ່ງຊາດ ລະຫວ່າງລັດ ທີ່ຜ່ານມາ. ພິທີຮັບດຳລົງຕຳແໜ່ງຂອງທ່ານ Anthony Albanese ໄດ້ດຳເນີນຢູ່ສຳນັກງານ ລັດຖະບານ ຢູ່ນະຄອນຫຼວງ Canberra, ພາຍໃຕ້ການບໍລິຫານຂອງ ທ່ານ David Hurley ຜູ້ມີສິດອຳນາດເຕັມ.

ພາຍຫຼັງພິທີຮັບດຳລົງຕຳແໜ່ງ, ທ່ານ Anthony Albanese ຈະ ເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຢູ່ປະເທດ ຍີ່ປຸ່ນ ເພື່ອເຂົ້າຮ່ວມກອງປະຊຸມເວທີປາໄສຄວາມໝັ້ນຄົງ 4 ປະເທດ (ລວມມີ: ອາເມລິກາ, ຍີ່ປຸ່ນ, ອິນເດຍ ແລະ ອົດສະຕາລີ).

ຕອບກັບ

ຂ່າວ/ບົດ​ອື່ນ