ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ເຂົ້າຮ່ວມກອງປະຊຸມ ASEM 9 ຢູ່ວຽງຈັນ

ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ເຂົ້າຮ່ວມກອງປະຊຸມ ASEM 9 ຢູ່ວຽງຈັນ - ảnh 1

(ພາບປະກອບ:vietbao.vn)

(VOV)- ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່າ​ນນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ, ປະທານ​ກອງ​ປະຊຸມສຸດ​ຍອດ​ອາຊີ-​ເອີ​ລົບ ຄັ້ງທີ 9, ວັນ​ທີ 4/11,  ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມກອງ​ປະຊຸມ ASEM 9 ຊື່​ງຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ-​ລາວ. ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ຮອດ​ວັນ​ທີ 6/11 ດ້ວຍ​ຫົວ​ຂໍ້​ວ່າ: “​ເພື່ອນ​ມິດ​ເພື່ອ​ສັນຕິພາບ, ຄູ່​ຮ່ວມ​ມື​ເພື່ອ​ວັດທະ​ນະ​ຖາວອນ“

    ກອງ​ປະຊຸມສຸດ​ຍອດ​ອາຊີ-​ເອີ​ລົບ ຄັ້ງທີ 9 (ASEM 9 ) ມີ​ການ​ເຂົ້າຮ່ວມ​ຂອງ​ປະ​ມຸລັດ, ການ​ນຳ​ລັດຖະບານ​ບັນດາ​ປະ​ເທດ​ສະມາຊິກ, ຄະນະ​ກຳມະການ​ເອີ​ລົບ ​ແລະ ຄະນະ​ເລຂາ​ອາ​ຊຽນ. ນະ​ທີ່​ນີ້, ບັນດາ​ສະມາຊິກ​ພ້ອມ​ກັນ​ດຳ​ເນີນ​ການ​ເຈລະຈາ, ປຶກສາ​ຫາລື, ​ໄຈ້​ແຍກ​ສະ​ພາບ​ການ ​ແລະ ກຳນົດ​ທິດ​ບັນດາ​ມາດ​ຕະການ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ບັນຫາ​ກ່ຽວ​ກຂ້ອງ​ເຖິງ​ເສດຖະກິດ-​ການ​ເງິນ, ບັນດາ​ການ​ທ້າ​ທາຍ​ໃນ​ທົ່ວ​ໂລກ, ບັນດາ​ບັນຫາ​ພາກພື້ນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ ສັງຄົມ ​ແລະ ການ​ພັດທະນາ​ຂອງ ASEM ​ໃນ​ອະນາຄົດ.

  ຄະນະ​ຜູ້​ແທນ​ຫວຽດນາມ ​​ໂດຍທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ນຳ​ໜ້າ​ໄດ້​​ເຂົ້າຮ່ວມກອງ​ປະຊຸມສຸດ​ຍອດ​ອາຊີ-​ເອີ​ລົບ ຄັ້ງທີ 9 (ASEM 9 ) ​ເພື່ອ​ແບ່ງປັນ​ບົດຮຽນ, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ບັນດາ​ປະ​ເທດ​ສະມາຊິກ ມີ​ຄວາມ​ສົນ​ໃຈ​ ​​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ມານະ​ພະຍາຍາມ​ຟື້ນ​ຟູ​ເສດຖະກິດ, ຮັບ​ມື​ກັບ​ບັນດາ​ການ​ທ້າຍ​ທາຍ​ທົ່ວ​ໂລກ, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ສອງ​ພາກ​ພື້ນ.

   ກອ່ນກອງ​ປະຊຸມ, ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ອາຊີ-​ເອີ​ລົບ ຄັ້ງທີ 12 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຂົ້າຂອງ​ວັນ​ທີ 4/11 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ນັກທຸລະກິດ ​ແລະ ການ​ນຳ​ເສດຖະກິດ​ມາ​ຈາກ​ເອີ​ລົບ ​ແລະ ອາຊີ 350 ທ່ານ. ກ່າວຄຳ​ປາ​ໄສ​ໄຂ​ເວທີ​ປາ​ໄສ, ທ່າ​ນນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຂອງ​​ເວທີ​ປາ​ໄສ, ຖື​ວ່າ, ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ພື້ນຖານ​ເສດຖະກິດ​ຂອງ​ສອງ​ທະວີບ​ເວົ້າສະ​ເພາະ ​ແລະ ພື້ນຖານ​ເສດຖະກິດ​ໂລກ​ເວົ້າລວມຍັບ​ມໍ່​ເຂົ້າກັນ​ກ່ວາ​ອີກ. ນີ້​ກໍ່​ແມ່ນ​ໂອກາດ​ໃຫ້​ປະ​ເທດ​ລາວ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ກ່ອນ​ຈຸດ​ເວລາ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO).

ຂ່າວ/ບົດ​ອື່ນ