ທ່ານນາຍົກລັດຖະມົນຕີອອກຄຳສັ່ງຊີ້ນຳສ້າງແຜນການພັດທະນາເສດຖະກິດ, ສັງຄົມ

ທ່ານນາຍົກລັດຖະມົນຕີອອກຄຳສັ່ງຊີ້ນຳສ້າງແຜນການພັດທະນາເສດຖະກິດ, ສັງຄົມ - ảnh 1
( ພາບປະກອບ )

( vovworld ) -   ວັນ​ທີ 18/6, ທ່ານ​ນາຍົກລັດຖະມົນຕີ​​ຫວຽດນາມ ໄດ​້ອອກຄຳ​ສັ່ງ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ,​ບັນດາ​ກຸ່ມ​ບໍລິສັດ, ບໍ​ລິ​ສັດ​ໃຫຍ່​ແຫ່ງ​ລັດ ສຸມ​ໃສ່​ສ້າງ​ແຜນການພັດທະນາ​ເສດຖະກິດ ສັງຄົມ, ງົບປະມາ​ແຫ່ງ​ລັດ​ປີ 2013 ​ແລະ ​ແຜນການ​ລົງ​ທຶນ​ຈາກ​ງົບປະມາ​ແຫ່ງ​ລັດ​​ໄລຍະ  3 ປີ​ 2013 – 2015. ​ຈຸດໝາຍ​ສັງລວມຂອງ​ປີ 2013 ​ແມ່ນ​ຍົກ​ສູງ​ຄຸນ​ນະພາ​ບການ​​ເຕີບ​ໂຕ​ຕິດ​ພັນ​ກັບ​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່ ​ໄປ​ຄຽງ​ຄູ່​ກັບ​ການ​ສືບ​ຕໍ່​ຮັບປະກັນ​​ເສດຖະກິດ​ມະຫາ​ພາກ​ເປັນ​ປົກ​ກະຕິ, ຮັບປະກັນ​ພື້ນຖານ​ເສດຖະກິດ​ພັດ​ທະນະ​ແບບ​ຍືນ​ຍົງ, ສ້າງ​ທ່ວງທ່າໃຫ້​ແກ່​ການ​ປະຕິບັດ​ບັນດາ​ຈຸດໝາຍ​ຂອງ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມໄລຍະ 5 ປີ ​ 2011 – 2015 ຢ່າງ​ມີ​ໄຊ. ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ, ປົວ​​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ​ເປີດ​ກວ້າງ​ການ​ພົວພັນ​ກັບ​ຕ່າງປະ​ເທດ. ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ, ​ເຂົ້າ​ກັບ​ສາກົນຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງຫວຽດ​ນາມ ບົນ​ເວທີ​ສາ​ກົນ.​ ພ້ອມ​ກັນ​ນັ້ນ, ກໍ​ປົກ​ປັກ​ຮັກສາ​ເອະ​ກະລາດ, ອະທິປະ​ໄຕ​, ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

ຂ່າວ/ບົດ​ອື່ນ