ທ່ານນາຍົກລັດຖະມົນຕີເຂົ້າຮ່ວມພິທີເປີດສະຫລອງຂົວນຳກັນ(NamCan)

ທ່ານນາຍົກລັດຖະມົນຕີເຂົ້າຮ່ວມພິທີເປີດສະຫລອງຂົວນຳກັນ(NamCan) - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມພິ​ທີ​ເປີດ​ສະ​ຫລອງຂົວ​ນຳ​ກັນ
ພາບ:chinhphu.vn

(vovworld)- ຕອນ​ເຊົ້າ​ວັນ​ທີ 7/2, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ສະ​ຫລອງຂົວ​ນຳ​ກັນ, ຂົວ​ເກງ​ກາຍ​ຕັດ, ຂົວ​ເຊົາ​ນ້ານ, ຂົວ​ຈ້າຍ​ເລືອຍ ແລະ ນຳ​ເຂົ້າ​ເຄື​່ອນ​ໄຫວ​ເສັ້ນ​ທາງ​ຕອນ​ຈາກ​ເທດ​ສະ​ບານ ນຳ​ກັນ​ເຖິງ​ຂົວ​ນຳ​ກັນ​ແຂວງ ກາ​ເມົາ ແມ່ນ​ຂຶ້ນ​ກັບ​ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ໂຮ່​ຈິ​ມີນ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ໄດ້​ຍ້ອງ​ຍໍ​ສັນ​ລະ​ເສີນ, ຕີ​ລາ​ຄາ​ສູງ ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ໂຮ່​ຈິ​ມີນ, ບັນ​ດາ​ຫົວ​ຫນ່ວຍ ໄດ້​ເຮັດ​ວຽກ​ທັງ​ວັນ​ແລະ​ຄືນ ເພື່ອ​ນຳ​ກິດ​ຈະ​ກຳ​ດັ່ງ​ກ່າວ​ເຂົ້າ​ເຄື່ອນ​ໄຫວ​ຖືກ​ກັບ​ລະ​ດັບ​ຄວາມ​ໄວ. ຄຽງ​ຄູ່​ກັນ​ນັ້ນ ຄວນ​ຮີບ​ເຮັ່ງ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ອື່ນ​ທີ່​ໄດ້​ ເຊັນ​ອະ​ນຸ​ມັດໃນ​ໄລ​ຍະ 2 ຂອງ​ເສັ້ນ​ທາງ​ໂຮ່​ຈິ​ມີນ.

 

 

 

 

ຂ່າວ/ບົດ​ອື່ນ