ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ຣູມານີ ຢ່າງເປັນທາງການ

(VOVWORLD) - ຕອນເຊົ້າວັນທີ 14 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຮອດນະຄອນຫລວງ Bucharest ຂອງປະເທດ ຣູມານີ, 

ເລີ່ມຕົ້ນການຢ້ຽມຢາມ ຣູມານີ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຣູມານີ Viorica Dancila.

        ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ Viorica Dancila, ເຂົ້າຮ່ວມພິທີລົງນາມໃນເອກະສານຮ່ວມມືບາງສະບັບ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຣູມານີ, ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ Prahova, ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຣູມານີ.

ຕອບກັບ

ຂ່າວ/ບົດ​ອື່ນ