ທ່ານ​ນາ​ຍົກ​ລັດ​ຖ​ະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ​້​ການ​ຕ້ອ​ນ​ຮັບ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ກາ​ນາ​ດາ Jean Chretien

(VOVWORLD) - ຕອນບ່າຍວັນທີ 11 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ອະດີດນາຍົກລັດຖະມົນຕີ ການາດາ Jean Chretien ທີ່ມາຢ້ຽມຢາມ ຫວຽດນາມເພື່ອຊຸກຍູ້ໂຄງການຮ່ວມມືລະຫວ່າງສອງປະເທດ.
ທ່ານ​ນາ​ຍົກ​ລັດ​ຖ​ະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ​້​ການ​ຕ້ອ​ນ​ຮັບ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ກາ​ນາ​ດາ Jean Chretien - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານອະດີດນາຍົກລັດຖະມົນຕີ ການາດາ Jean Chretien (ພາບ: VGP)

  ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງບັນດາອາລົມຈິດອັນດີງາມຂອງທ່ານ Jean Chretien ທີ່ສະຫງວນໃຫ້ ຫວຽດນາມ ແລະ ບັນດາການປະກອບສ່ວນສຳຄັນຂອງທ່ານໃນການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ການາດາໃນຫຼາຍປີທີ່ຜ່ານມາ, ຢັ້ງຢືນວ່າ ຫວຽດນາມ ໄດ້ຖືເປັນສຳຄັນ ແລະ ມີຄວາມປາດຖະໜາຢາກຊຸກຍູ້, ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບການາດາເລິກເຊິ່ງກ່ວາ. ພ້ອມທັງຂອບໃຈທ່ານ Jean Chretien ໄດ້ເອົາໃຈໃສ່ຊຸກຍູ້ຍບົດບັນທຶກຊ່ວຍຈຳກ່ຽວກັບບ້ວງທຶນໜູນຊ່ວຍດ້ານເຕັກນິກກ່ຽວກັບການຄົ້ນຄ້ວາຄຸ້ມຄອງສະໜາມບິນລະຫວ່າງບັນດາຄູ່ຮ່ວມມືສອງຝ່າຍເຊິ່ງໄດ້ຮັບການລົງນາມໃນການຢ້ຽມຢາມການາດາຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເມື່ອເດືອນ ມິຖຸນາ ປີ 2018. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ຫວຽດນາມຄວາມຕ້ອງການທຶນເພື່ອພັດທະນາພື້ນຖານໂຄງລ່າງແມ່ນຫຼາຍທີ່ສຸດ, ໃນນັ້ນມີເລື່ອງປັບປຸງ, ຍົກສູງຄຸນນະພາບສະໜາມບິນ.

ຕອບກັບ

ຂ່າວ/ບົດ​ອື່ນ