ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບບັນດາສະມາຊິກສະພາແຫ່ງຊາດຍິງ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບບັນດາສະມາຊິກສະພາແຫ່ງຊາດຍິງ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ
(ພາບ: chinhphu.vn)


(vovworld) – ທີ່​ການ​ຕ້ອນຮັບ​ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງຫວຽດນາມ ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 83 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ​ໄຂ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໃນ​ຕອນ​ບ່າຍ​ວັນ​ທີ 21 ຕຸລາ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຖື​ວ່າ ​ເພື່ອ​ຍົກ​ສູງ​ວຽການວາງ​ແຜນກຳນົດ, ບຳລຸງ​ສ້າງ​ແຫຼ່ງພະນັກງານ​ຍິງ... ຕ້ອງ​ທີ​ມາດ​ຕະການ​ຢ່າງ​ແທດ​ຈິງ​ຈາກ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ໃນ​ທົ່ວ​ລະບົບ​ການ​ເມືອງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ.

        “ພັກ​ມີ​ມະຕິ​ແລ້ວ, ສະພາ​ແຫ່ງ​ຊາດ​ກໍ່​ຮັບຮອງ​ເອົາ​ກົດໝາຍ​ແລ້ວ, ບັນຫາ​ແມ່ນ​ພວກ​ເຮົາ​ຕ​້ອງ​ຫັນ​ປ່ຽນສະຕິ​ຮັບ​ຮູ້​ທາງ​ສັງຄົມ ​ແລະ ຄວາມ​ຮັບ​ຮູ້​ໃນບັນດາ​ຄະ​ນະ​ພັກ​ທຸກ​ຂັ້ນ. ການປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ​​ແມ່ນ​ມີ​ວຽກ​ງານຫຼາຍ​ຢ່າງ ແລະ ຕ້ອງປະຕິບັດ​ຢ່າງ​ຄົບ​ຊຸດ, ຕໍ່​ເນື່ອງ... ​ແຕ່​ມີ​ເນື້ອ​ໃນທີ່​ເປັນ​ພື້ນຖານ​ນັ້ນແມ່ນ​ ອັດຕາ​ພະນັກງານ​ການ​ນຳ​ຍິງ​ໃນ​ບັນດາກົງຈັກ​ຂອງ​ລະບົບ​ການ​ເມືອງມີ​ຄວາມ​ໝາຍ​ຕັດສິນ​ການ​ປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ”.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເຊື່ອ​ໝັ້ນ​ວ່າ, ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ ພ້ອມ​ກັບ​ຄະນະ​ກຳມະການ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​​ແມ່ຍິງ​ຫວຽດນາມ, ມານະ​ພະຍາຍາມ​ສູ້​ຊົນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ປະຕິບັດບົດບາດ​ເປັນ​ຜູ້ຕາງໜ້າ​ຂອງ​ປະຊາຊົນ​ໃຫ້ສຳ​ເລັດ​ຜົນ, ປະກອບຫຼາຍ​ກວ່າ​ອີກສ່ວນ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ກໍ່​ຄື​ວຽກ​ງານ​ສ້າງ​ຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ຄວາມ​ກ້າວໜ້າ​ຂອງ​ແມ່ນ​ຍິງ​.

ຂ່າວ/ບົດ​ອື່ນ