ທ່ານນາຍົກລັດຖະມົນຕີ ອິນເດຍ ຢັ້ງຢືນຄວາມຕັດສິນໃຈຕ້ານການກໍ່ການຮ້າຍ
(VOVWORLD) - ລັດຖະບານ ອິນເດຍ ໄດ້ປະກາດວ່າ ບັນດາເປົ້າໝາຍປະຕິບັດການກໍ່ການຮ້າຍຢູ່ Pahalgam ແລະ ບັນດາເປົ້າໝາຍຜູ້ວາງອຸບາຍ ຕ້ອງປະເຊີນໜ້າກັບການລົງໂທດທີ່ເໝາະສົມ.
ວັນທີ 29 ເມສາ, ທ່ານ Narendra Modi ນາຍົກລັດຖະມົນຕີ ອິນດຍ ໄດ້ຢັ້ງຢືນຄວາມຕັດສິນໃຈຕ້ານກໍ່ການຮ້າຍຂອງປະເທນີ້ ເມື່ອມອບໃຫ້ກຳລັງປະກອບອາວຸດມີສິດກະທຳຢ່າງເຕັມສ່ວນ ເພື່ອຮັບມືກັບເຫດບຸກໂຈມຕີກໍ່ການຮ້າຍຢູ່ Pahalgam, ລັດ Jammu ແລະ Kashmir, ເມື່ອວັນທີ 22 ເມສາ ຊື່ງໄດ້ເຮັດໃຫ້ຢ່າງໜ້ອຍສຸດມີ 26 ຄົນເສຍຊີວິດ.
ຖະແຫຼງການດັ່ງກ່າວໄດ້ຍົກອອກມາ ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ Modi ເປັນປະທານການປະຊຸມໃນວັນດຽວກັນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ Modi ໄດ້ຢັ້ງຢືນວ່າ ກອງທັບ ອິນເດຍ ມີສິດກະທຳຢ່າງເຕັມສ່ວນໃນການຕົກລົງວິທີການ, ເປົ້າໝາຍ ແລະ ຈຸດເວລາເພື່ອຮັບມືກັບເຫດບຸກໂຈມຕີກໍ່ການຮ້າຍ.
ກ່ອນໜ້ານັ້ນ, ລັດຖະບານ ອິນເດຍ ໄດ້ປະກາດວ່າ ບັນດາເປົ້າໝາຍປະຕິບັດການກໍ່ການຮ້າຍຢູ່ Pahalgam ແລະ ບັນດາເປົ້າໝາຍຜູ້ວາງອຸບາຍ ຕ້ອງປະເຊີນໜ້າກັບການລົງໂທດທີ່ເໝາະສົມ.