ທ່ານປະທານປະເທດເຈີນດ້າຍກວາງເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ບຣູໄນ

ທ່ານປະທານປະເທດເຈີນດ້າຍກວາງເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ບຣູໄນ - ảnh 1
ເວ​ທີ​ປາ​ໄສ ວິ​ສາ​ຫະ​ກິດ ຫວຽດ​ນາມ - ບ​ຣູ​ໄນ

(vovworld)- ໃນ​ຂອ​ບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດບ​ຣູ​ໄນ, ຕອນ​ເຊົ້າ​ວັນ​ທີ 28/8, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ ວິ​ສາ​ຫະ​ກິດ ຫວຽດ​ນາມ - ບ​ຣູ​ໄນ. ທີ່​ເວ​ທີ​ປາ​ໄສ, ຜູ້​ຕາງ​ຫນ້າ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຂອງ​ຫວຽດ​ນາມ ແລະ ບ​ຣູ​ໄນ ໄດ້​ແນະ​ນຳ​ກັບ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ກ່ຽວ​ກັບ​ຄວາ​ມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ​ຊື່ງ​ສອງ​ຝ່າຍ​ສາມ​າດ​ຮ່ວມ​ມື. ບັນ​ດາ​ວິ​ສາ​ຫະ​ກິດ​ພ້ອມ​ກັນ​ແລກ​ປ່ຽນ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ​ການ​ລົງ​ທຶນ ແລະ ເຊື່ອມ​ຕໍ່​ການ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ ເພື່ອ​ຊຸກ​ຍູ້ກ​ານ​ພ​ົວ​ພັນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຖື​ວ່າ

        “ເພື່ອ​ໃຫ້​ການ​ພົວ​ພັນ​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ຫວຽດ​ນາມ -ບ​ຣູ​ໄນ ພັດ​ທະ​ນາ​ສົມ​ກັບ​ຄວາມ​ປາດ​ຖະ​ຫນາ​ກໍ​ຄ​ື​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື. ຂ້າ​ພະ​ເຈົ້າ​ສະ​ເຫນີ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ທັງ​ສອງ​ຝ່າຍ​ສະ​ແດງ​ບົດ​ບາດ​ຂອງ​ຕົນ​ຢ່າງ​ແຮງກວ່າ​ໃນ​ການ​ຍົກ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່. ກ່ຽວ​ກັບ​ຂົງ​ເຂດ​ການ​ລົງ​ທຶນ, ພວກ​ຂ້າ​ພະ​ເຈົ້າ​ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ ບ​ຣູ​ໄນ ເຂົ້າ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ ໃນ​ບັນ​ດາ​ຂ​ົງ​ເຂດ ຊື່ງ​ພວກ​ເພື່ອນ​ມີ​ທ່າ​ແຮງ, ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ ແລະ ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ບ​ຣູ​ໄນ ຮ່ວມ​ມື​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ພ້ອມ​ກັນ​ພັດ​ທະ​ນ​າ​ຄື: ພະ​ລັງ​ງານ, ນ້ຳ​ມັນ​ອາຍ​ແກ​ສ, ການ​ເງິນ, ອາ​ສັງ​ຫາ​ລິ​ມະ​ຊັບ, ການ​ທ່ອງ​ທ່ຽວ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ.”

ຕອບກັບ

ຂ່າວ/ບົດ​ອື່ນ