ທ່ານປະທານປະເທດເຈືອງເຕີນຊາງສົ່ງຈົດໝາຍອວຍພອນອາຍຸຍືນນັກ“ຮານ-ນົມວິທະຍາ”ຫວູຕວນຊານຄົບຮອບ100ປີ

ທ່ານປະທານປະເທດເຈືອງເຕີນຊາງສົ່ງຈົດໝາຍອວຍພອນອາຍຸຍືນນັກ“ຮານ-ນົມວິທະຍາ”ຫວູຕວນຊານຄົບຮອບ100ປີ - ảnh 1
ພາບປະກອບ:internet

(vovworld)- ຕອນ​ເຊົ້າ​ວັນ​ທີ 9/3, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີ​ນຊາງ ​ໄດ້​ສ່ົງ​ຈົດໝາຍ​​ແລະ ຊໍ່​ດອກ​ໄມ້ອວຍພອນ​ອາຍຸ​ຍືນ ນັກ “ຮານ-​ນົມ​ວິທະຍາ​” ຫວູຕວນຊານ ຢູ່ ຕາ​ແສງ ດ້າຍ​ກີ​ມ ​ເມືອງ ຮ່ວາງມາຍ​ ນະ​ຄອນ ຮ່າ​ໂນ້ຍ ​ເນື່ອງ​ໃນ​ໂອກາດ​ຄົບ​ຮອບ 100 ປີ. ​ໃນ​ຈົດໝາຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ: ບັນດາ​ຄຸນຄ່າ​ວັດທະນະທຳ​ອັນ​ດີງາມ​ໃນ​ຕະຫລອດ​ໄລຍະ​ປະຫວັດສາດ​ຂອງ​ຊາດ ຄວນ​ໄດ້​ຍົກ​ສູງ​ຂຶ້ນ, ​ເຜີຍ​ແຜ່​ໃຫ້​ຄົນ​ລຸ້ນ​ຫລັງ. ນັກ “ຮານ-​ນົມ​ວິທະຍາ” ຫວູຕວນຊານ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ນັກ “ຮານ-​ນົມ​ວິທະຍາ​ດ- ຮ່າ​ໂນ້ຍ ວິ​ທະຍາ” ​ໄດ້​ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງທີ່​ມີ​ຄຸ​ນຄຸ່າ ດ້ວຍ​ບັນດາ​ບົດ​ນິພົນ​ແຫ່ງການ​ຄົ້ນ​ຄ້ວາ, ການ​ຮຽບຮຽງ, ​ແປ່​ພາສາ. ​ ທ່ານຫວູຕວນຊານ ​​ເປັນ​ແບບຢ່າງ​ດີ​ເດັ່ນ​ໃນ​ການ​ລະດົມ​ລຸ້ນຫນຸ່ມ​ສືບ​ທອດບັນດາ​ຄຸນ​ຄ່າ​ວັດທະນະທຳ​ອັນ​ດີງາມ​ຂອງ​ຄົນ​ລຸ້ນກ່ອນ.

ຂ່າວ/ບົດ​ອື່ນ