ທ່ານປະທານປະເທດເຈືອງເຕິນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ແທງຮ໋ວາ
(ທ່ານປະທານປະເທດເຈືອງເຕິນຊາງ
ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງແທງຮ໋ວາ)
(vovworld) - ວັນທີ 8/12, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງແທງຮ໋ວາ ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ ແລະ ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບໃນບໍລິເວນແຂວງແທງຮ໋ວາ. ກ່າວຄຳເຫັນທີ່ການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຮັບຮູ້ບັນດາໝາກຜົນ ເຊິ່ງແຂວງແທງຮ໋ວາ ບັນລຸໄດ້ໃນຊຸມປີຜ່ານມາ, ພິເສດແມ່ນໄດ້ມີ 45 ຕາແສງ ແລະ 6 ບ້ານບັນລຸມາດຖານຊົນນະບົດໃໝ່, ຄາດໝາຍຂອງປີ 2015 ແມ່ນ 20% ຈຳນວນຕາແສງບັນລຸໄດ້ມາດຖານຊົນນະບົດໃໝ່. ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ເນັ້ນໜັກວ່າ: ໃນສະພາບເສດຖະກິດພວມປະສົບກັບຄວາມຫຍຸ້ງຍາກ, ຂົງເຂດກະສິກຳ, ຊົນນະບົດຕ້ອງຮັກສາຄວາມດຸ່ນດ່ຽງ, ສະຖຽນລະພາບທາງສັງຄົມ, ປະກອບສ່ວນຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ. ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ຕັກເຕືອນວ່າ: ປີ 2015 ຄວາມກົດດັນເຊື່ອມໂຍງເຂົ້າກັບພາກພື້ນແມ່ນໃຫຍ່ທີ່ສຸດ, ການສ້າງຕັ້ງຕະຫຼາດເສລີພາກພື້ນອາຊຽນ ຈະມີການກະທົບຢ່າງແຮງເຖິງຂົງເຂດກະສິກຳ, ສະນັ້ນ, ຕ້ອງເອົາໃຈໃສ່ເປັນພິເສດເຖິງການຍົກສູງກຳລັງແກ່ງແຍ້ງຂອງຜະລິດຕະພັນກະສິກຳ.