ທ່ານປະທານສະພາແຫ່ງຊາດຫງວຽນຊີງຮຸ່ງສິ້ນສຸດການຢ້ຽມຢາມສເກົາຫລີແລະມຽນມາຢ່າງຈົບງາມ


ທ່ານປະທານສະພາແຫ່ງຊາດຫງວຽນຊີງຮຸ່ງສິ້ນສຸດການຢ້ຽມຢາມສເກົາຫລີແລະມຽນມາຢ່າງຈົບງາມ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ
ຫງວຽນ​ຊີງ​ຮຸ່ງ ແລະ ທ່ານນາງປະທານາທິບໍດີ ສເກົາຫລີ  Park Geun-Hye

ພາບ: internet
(vovworld)-ຕອນ​ຄຳ່​ວັນ​ທີ 26/7, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເດີນທາງ​ຮອດ​ນະຄອນຫລວງ ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ ສ​ເກົາຫລີ ​ແລະ ມຽນມາ ຢ່າງ​ຈົບງາມ. ​ໃນ​ສະພາບ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ ສ​ເກົາຫລີ ​ແລະ ມຽນມາ​ພວມ​ພັດທະນາ​ຢ່າງ​ຈົບງາມ, ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊີງ​ຮຸ່ງ ສືບ​ຕໍ່​ຢືນຢັນ​ນະ​ໂຍບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດນາມ ຖື​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ລັດ, ສະພາ​ແຫ່ງ​ຊາດ ຫວຽດນາມ ກັບ​ລັດ, ສະພາ​ແຫ່ງ​ຊາດ ສ​ເກົາຫລີ ​ແລະ ມຽນ​ມາ ​ເປັນ​ສຳຄັນ. ບໍ່​ພຽງ​ແຕ່​ຊຸກຍູ້ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ສອງ​ປະ​ເທດ​ດັ່ງກ່າວ​ເລິກ​ເຊິ່ງກວ່າເທົ່ານັ້ນ, ການ​ຢ້ຽມຢາມ​ຂອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຍັງ​ສ້າງ​ຂີດ​ໝາຍ​ປະຫວັດສາດ, ປະກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຍົກ​ສູງ​ການ​ພົວພັນ​ການ​ຕ່າງປະ​ເທດ​ລັດຖະສະພາ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ, ການ​ລົງທຶນ, ວັດທະນະທຳ​ລະຫວ່າງ ຫວຽດນາມ ​ກັບ ສ​ເກົາຫລີ ​ແລະ ມຽນມາ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ