ທ່ານປະທານສະພາແຫ່ງຊາດເຂົ້າຮ່ວມພິທີໄຂງານມະໂຫລານຂັບວີ໋ແຂວງ ເງ້ອານ

ທ່ານປະທານສະພາແຫ່ງຊາດເຂົ້າຮ່ວມພິທີໄຂງານມະໂຫລານຂັບວີ໋ແຂວງ ເງ້ອານ - ảnh 1
ໄຂ​ງານ​ມະ​ໂຫລານ​ຂັບ​ວີ໋​ແຂວງ ເງ້ອານ
( ພາບ: vietnamnet.vn )


( vovworld ) -   ຕອນ​ຄໍ່າ​ວັນ​ທີ 23/6, ຢູ້ສະຫຼາມ​ຫຼວງໂຮ່ຈິ​ມິນ, ນະຄອນ​ວິ​ງ, ​ແຂວງ​ເງ້ອານ, ງານ​ມະ​ໂຫລານ​ຂັບ​​ວິ໋, ຢັ້ມ ​ເງ໋ອານ  ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທານ​ການ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ເຂົ້າ​ຮ່ວມ ​ແລະ ​ເປັນ​ສັກຂີ​ພິຍານພິທີ​ໄຂ​ງານ​ມະ​ໂຫລານ​ວັດທະນະທຳ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ເງ້ອານ. ​ເຂົ້າ​ຮ່ວມງານ​ມະ​ໂຫລານຂັບ​​ວິ໋, ຢັ້ມ ​ເງ໋ອານ  ມີ​ 22 ສະ​ໂມ​ສອນ​ທ້ອງ​ຖີ່​ນ ​ທີ່​ມາ​ຈາກ​​ແຂວງ ​ເງ້ອານ ​ແລະ ຮ່າ​ຕິ້ງ. ບັນ​ດາ​ນັກ​ຮ້ອງສະໝັກ​ຫຼິ້ນເຂົ້າ​ຮ່ວມ​ງານ​ມະ​ໂຫລາ​ນ ລ້ວນ​ແຕ່​ແມ່ນ​ຊາວ​ກະສິກອນ.

        ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ສອງ​ແຂວງ ​ເງ້ອານ ​ແລະ ຮ່າ​ຕິ້ງ ສົມທົບ​ກັນ​ຈັດ​ຕັ້ງ​ງານ​ມະ​ໂຫລານ​ຂັບ​​ວິ໋, ຢັ້ມ ​ເພື່ອ​ແນ​ໃສ່​ປຸກລຸກ​ຂະ​ບວນການ​ຂັບ​ພື້ນ​ເມືອງ​ຢູ່​ທ້ອງ​ຖີ່​ນຕ່າງໆ ​ແລະ ກະກຽມ​ໃຫ້​ແກ່​ເລື່ອງ​ສ້າງ​ສຳ​ເນົາ ຍື່ນ​ສະ​ເໜີ​ຕໍ່​ອົງການ UNESCO ພິຈາລະນາ ຮັບຮອງ​ເພງ​ພື້ນ​ເມືອງ ​ເງ້ອານ ​ແມ່ນ​ມໍລະດົກ​ທີ່​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ.

ຂ່າວ/ບົດ​ອື່ນ