ທ່ານປະທານສະພາແຫ່ງຊາດ ຫງວຽນຊູງຮຸ່ງ ສິ້ນສຸດການຢ້ຽມຢາມມຽນມາ

ທ່ານປະທານສະພາແຫ່ງຊາດ ຫງວຽນຊູງຮຸ່ງ ສິ້ນສຸດການຢ້ຽມຢາມມຽນມາ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ Yangun
(ພາບປະກອບ)

(vovworld) - ​ຕອນບ່າຍວນທີ 26/07, ທ່ານປະທານສະພາແຫ່ງຊາດ ຫງວຽນຊູງຮຸ່ງ ພ້ອມດ້ວຍຄະນະໄດ້ເດີນທາງອອກຈາກ Yangon ກັບເມື່ອປະເທດສິ້ນສຸດການຢ້ຽມຢາມສະຫະພາບມຽນມາ ຢ່າງດີງາມ. ກ່ອນໜານັ້ນ, ຕອນ​ເຊົ້າ​ວັນ​ທີ 26/7, ຢູ່​ນະຄອນ Yangon, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະກ່ຽວ​ກັບ “ການ​ນຳ​ໃຊ້ ​ແລະ ພັດທະນາ​ເຕັກ​​ໂນ​ໂລ​ຢີ ຂໍ້​ມູນ​ຂ່າວສານ​ໃນ​ຂົງ​ເຂດ​ການ​ເງິ​ນທະນາຄານ ຫວຽດນາມ - ມຽນມາ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸ​ມສຳ​ມະ​ນາ,  ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ ​ແລະ ຊ່ວຍ​ເຫຼືອ​ຂອງ​ລັດຖະບານ ​ແລະ ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ ມຽນມາ ​ໃນ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ລົງທຶນ, ດຳ​ເນີນ​ທຸລະ​ກິດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເຊື່ອ​ໝັ້ນ​ວ່າ: ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ເປີດ​​ໂອກາດ​ໃໝ່​ໃນ​ການ​ຮ່ວມ​ມື, ພັດທະນາ​ໃນ​ຂົງ​ເຂດ​ທະນາຄານ, ການ​ເງິນ​ກໍ່​ຄື​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ລະ​ຫວ່າງ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດເວົ້າລວມ, ຈາກ​ນັ້ນ​ປະກອບສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນ​ຍົງ​ລະຫວ່າງ 2 ປະ​ເທດເວົ້າສະເພາະແມ່ນລະຫວ່າງສະພາ​ແຫ່ງ​ຊາດ 2 ປະ​ເທດ.

    ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​​ໄປ​ຢ້ຽມຢາມ ວັດ​ຄຳ, ວັດ​ທີ່​ສັກສິດ​ທີ່​ສຸດ​ຂອງ ມຽນມາ.

ຂ່າວ/ບົດ​ອື່ນ