ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເລີ່ມຕົ້ນການຢ້ຽມຢາມ ມຽນມາ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເລີ່ມຕົ້ນການຢ້ຽມຢາມ ມຽນມາ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ພົບປະກັບ
​ທ່ານ​ປະທານ​ສະພາ​​ແຫ່ງ​ຊາດມຽນມາ Khin Aung Myint
(ພາບ: vietnamplus.vn)


(vovworld) - ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມຢາມ ສ.​ເກົາຫຼີ ​ເປັນ​ທາງ​ການ​ຢ່າງ​ຈົບງາມ, ຕອນ​ເຊົ້າ​ວັນ​ທີ 24/07, (ຕາມ​ເວລາ​ທ້ອງ​ຖິ່ນ), ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ ​ເຊີ​ອູ​ນ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ມຽນມາ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ ມຽນມາ ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຖືກດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 24 – 26/07, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​​ແຫ່ງ​ຊາດມຽນມາ Khin Aung Myint. ການ​ຢ້ຽມຢາມ​ຄັ້ງ​ນີ້​​ເ​ພື່ອ​ແນ​ໃສ່​ປັບປຸງ​ສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້າຍ​ລະຫວ່າງ 2 ປະ​ເທດ ກໍ​ຄື​​ສ້າງ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ມຽນມາ ​ໃຫ້​ກາຍ​ເປັນ​ແບບຢ່າງ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ມຽນມາ ກັບ​ສະພາ​ແຫ່ງ​ຊາດ​ປະ​ເທດ​ຕ່າງໆ.

ຕອນ​ບ່າ​ຍວັນ​ທີ 24/7 ຢູ່ ນະຄອນຫລວງ Nay Pyi Taw ປະ​ເທດ​ມຽນມາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເຈລະຈາ​ກັບ​ປະທານ​ສະພາ​ສູງ ທັງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ມຽນມາ Khin Aung Myint, ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ປະທານສະພາ​ຕຳ່ Thura U Shwe Mann ​ແລະ ​ເຂົ້າ​ຢ້ຽມ​ຂຳ່​ນັບ​ປະທານ​າທິບໍດີ ມຽນມາ  Thein Sein.

ທີ່​ການ​ເຈລະຈາ​ກັບ​ປະທານ​ສະພາ​ສູງ ມຽນມາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ໄດ້​ຢືນຢັນ​ວ່າ: ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ​ຈົດ​ຈຳ່ການ​ຊ່ວຍ​ເຫລືອ​ອັນ​ລ້ຳ​ຄ່າຂອງ ມຽນມາ ທີ່​ສະຫງວນ​ໃຫ້​ແກ່​ຫວຽດນາມ ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ​ກ່ອນ​ນີ້​ກໍ​ຄື​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​ປະຈຸ​ບັນ. ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ປະທານ​ສະພາ​ແຫ່ງ​ຊາດ ມຽນມາ ​ເຊື່ອ​ໝັ້ນ​ວ່າ: ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້ ​ແມ່ນ​ກອບ​ກົດໝາຍ​ສຳຄັນ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ສອງ​ຝ່າຍ. ສອງ​ຝ່າຍ​ເຫັນ​ດີ ບັນ​ດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແລກປ່ຽນ​ບົດຮຽນ​ສ້າງ​ກົດໝາຍ, ຕິດຕາມ​ກວດກາ ​ແລະ ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ປະທານສະພາ​ຕຳ່ ມຽນມາ Thura U Shwe Mann. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ​ ​ແລະ ປະທານ​ສະພາ​ຕຳ່ ມຽນມາ ​ເຫັນ​ດີ​ຕັ້ງຫນ້າ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້ ​ແລະ ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ບັນດາ​ກົນ​ໄກ​ທີ່​ມີ​ຢູ່​ແລ້ວ​ລະຫວ່າງ​ສອງ​ຝ່າຍ ​ເພື່ອ​ນຳ​ການ​ພົວພັນ​ທຸກ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ