ທ່ານຟ້າມບິງມິງໂອ້ລົມ ທາງໂທລະສັບກັບຜູ້ ຕາງໜ້າຂັ້ນສູງຂອງ EU Catherine Ashton
ທ່ານນາງ Catherine Ashton
(ພາບ: Press TV)
(vovworld)- ທີ່ການໂອ້ລົມທາງໂທລະສັບເມື່ອຕອນບ່າຍວັນທີ 29/5, ທ່ານ ລັດຖະມົນຕີການຕ່າງປະເທດຫວຽດນາມຟ້າມບິງມິງ ແລະ ທ່ານນາງ Catherine Ashton ຜູ້ຕາງໜ້າຂັ້ນສູງຂອງ EU ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ປ້ອງກັນຄວາມສະຫງົບ ໄດ້ແລກປ່ຽນມາດຕະການຊຸກຍູ້ການພົວພັນລະຫວ່າງຫວຽດນາມ-ອີຢູ, ໃນນັ້ນ, ມີການແລກປ່ຽນຄະນະຜູ້ແທນຂັ້ນສູງໃນໄລຍະຈະມາເຖິງ. ສອງຝ່າຍຍັງຢັ້ງຢືນຈະຕັ້ງໜ້າຊຸກຍູ້ເພື່ອສິ້ນສຸດການເຈລະຈາສົນທິສັນຍາການຄ້າເສລີ ຫວຽດນາມ-ອີຢູ ກ່ອນຈັດກອງປະຊຸມຂັ້ນສູງອາແຊມ 10 ແລະ ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມ ລັດຖະມົນຕີການຕ່າງປະເທດອາຊຽນ-ອີຢູ ຄາດວ່າຈະຈັດຂຶ້ນຢູ່ Brussels ປະເທດແບນຊິກ. ສອງຝ່າຍຍັງແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີສະພາບການປະຈຸບັນຢູ່ທະເລຕາເວັນອອກ. ທ່ານນາງ ຜູ້ຕາງໜ້າຂັ້ນສູງຂອງ EU ສະແດງຄວາມເປັນຫ່ວງກັງວົນກ່ຽວກັບບັນດາການກະທຳຂອງຈີນ ຊື່ງຈະກໍ່ຜົນສະທ້ອນເຖິງຄວາມສະຫງົບປອດໄພໃນພາກພື້ນ. ທ່ານນາງ Catherine Ashton ສະເໜີໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງພ້ອມກັນຊອກຫາມາດຕະການສັນຕິພາບ ແລະ ຮ່ວມມື, ສອດຄ່ອງກັບກົດມາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982./.