ທ່ານຫງວຽນທ້ຽນເຍີນພົບປະກັບບັນດາກຳມະການຄະນະກຳມະການແນວໂຮມປະເທດຊາດເຊິ່ງແມ່ນຊາວຫວຽດນາມຢູ່ຕ່າງປະເທດ

ທ່ານຫງວຽນທ້ຽນເຍີນພົບປະກັບບັນດາກຳມະການຄະນະກຳມະການແນວໂຮມປະເທດຊາດເຊິ່ງແມ່ນຊາວຫວຽດນາມຢູ່ຕ່າງປະເທດ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ຖ່າຍ​ຮູບ​ກັບ​ບັນ​ດາ​ຜູ້​ແທນ

(vovworld) –  ​​ຕອນ​ຄ່ຳ​ວັ​ນ​ທີ 3/1, ໃນ​ການ​ພົບ​ປະ​ກັບ​ບັນ​ດາ​ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຊຸ​ດ​ທີ 8 ເຊິ່ງ​ແມ່ນ​ຊ​າວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ຝາ​ກ​ຄຳ​ອວຍ​ພອນ​​ປີ​ໃໝ່ເຖິງ​ບັນ​ດາ​ກຳ​ມະ​ການ​​ດ້ວຍ​ຄວາມ​ສະ​ຫງົບສຸກ, ປະ​ສົບ​ຜົນ​ສຳ​ເລັດ, ພ້ອມ​ທັງ​ຝາກ​ຄຳ​ອວຍ​ພອນ​ເຖິງ​ປະ​ຊາ​ຄົ​ມ​ຊາວ ຫວຽດ​ນາມ ​ອາ​ໄສຢູ່​ປະ​ເທດ​ຕ່າງໆນັບ​ມື້​ນັບ​​ມີ​ຄວາມສາ​ມັກ​ຄີ ແລະ ພັດ​ທະ​ນາ. ທ່ານ​ປະ​ທານ ຫງວຽນ​ທ້ຽນ​ເຍີນ ກໍ່​ແຈ້ງ​​ໃຫ້​ຊາບກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ, ສັງ​ຄົມ, ບັນ​ດາ​ຂົງ​ເຂດ​​ທີ່ມີ​ທ່າ​ແຮງ​ຂອງ ຫວຽດ​ນາມ ແລະ ບັນ​ດາ​ຜົນ​​ສຳ​ເລັດ​ໃນ​ວຽກ​ງານ​ແນວ​ໂຮມ​ໃນ​ປີ 2016. ທີ່​ການ​ພົບ​ປະ​ສັງ​ສັນ, ຜູ້​ຕາງ​ໜ້າ​ບັນ​ດາ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດກໍ່​ໄດ​້​ແບ່ງ​ປັນ​ຜົນ​ສຳ​ເລັດ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດ, ພ້ອມ​ທັງ​ໄດ້​ຍົກ​ອອກ​ບັນ​ດາ​ຂໍ​້​ສະ​ເໜີ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ແນວ​ໂຮມ, ພັກ, ລັດ ເພື່ອ​ໃຫ້​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ​ອາ​ໄສຢູ່​ທຸກ​ແຖບ​ຖິ່ນ​ໃນ​ໂລກ​ອຸ່ນ​ອ່ຽນ​ໃຈ​ອອກ​ແຮງ​ງານ, ເຮັດ​ວຽກ ແລະ ​ນັບ​ມື້​ນັບມີ​​ຄວາມສະ​ໜິດ​ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງນອນ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ