ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ຕ້ອນຮັບການນຳຝ່າຍຄ້ານຊີຣີ
ປະທານສະພາຊົນຊາດຊີຣີ (SNC)
(ພາບ: AP)
(vovworld) - ວັນທີ 24 ກັນຍາ, ທີ່ການຕ້ອນຮັບການນຳຝ່າຍຄ້ານຊີຣີເປັນຄັ້ງທຳອິດ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ບານກີມຸນ ຊົມເຊີຍຄຳໝັ້ນສັນຍາຂອງປະທານສະພາຊົນຊາດຊີຣີ (SNC) ວ່າ ກຸ່ມຝ່າຍຄ້ານນີ້ຈະສົ່ງຄະນະຜູ້ແທນໄປເຖິງກອງປະຊຸມສັນຕິພາບກ່ຽວກັບຊີຮີ ເຊິ່ງຄາດວ່າ ຈະດຳເນີນໃນກາງເດືອນ ພະຈິກ ຈະມາເຖິງ ຢູ່ເຊີແນວ, ປະເທດສະວິດ. ທ່ານ ບານກີມູນ ຍັງກະຕຸກຊຸກຍູ້ SNC ພ້ອມກັນຮ່ວມສຳພັນກັບບັນດາກຸ່ມຝ່າຍຄ້ານອື່ນຢູ່ຊີຣີ ເພື່ຶອມຸ່ງໄປເຖິງການສ້າງຕັ້ງຄະນະຜູ້ແທນທີ່ມີລັກສະນະປອງດອງ ແລະ ຕາງໜ້າເຂົ້າຮ່ວມກອງປະຊຸມ Geneva 2.
ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດຊີຣີ Walid Muallem ຖະແຫຼງວ່າປະເທດຂອງທ່ານອຸ່ນອ່ຽງໃຈ ກັບມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເຊິ່ງໄດ້ອະນຸມັດຜ່ານກ່ອນນີ້ 2 ວັນ ກ່ຽວກັບການທຳລາຍສາງອາວຸດເຄມີ ແລະ ຢືນຢັນວ່າ ຈະບໍ່ປຶກສາຫາລືກ່ຽວກັບອະນາຄົດຂອງທ່ານປະທານາທິບໍດີປະເທດນີ້ ນັ້ນແມ່ນທ່ານ Bashar al Assad. ທ່ານລັດຖະມົນຕີການຕ່າງປະເທດ Muallem ຢືນຢັນວ່າ ລັດຖະບານຊີຣີ ຈະບໍ່ຮັບຮູ້ບໍ່ວ່າແຜນການມອບໂອນສັນຕິພາບໃດໆ ທີ່ແນໃສ່ໂຄນລົ້ມ ທ່ານປະທານາທິບໍດີ Bashar al Assad.