ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເປັນເຈົ້າພາບພິທີຕ້ອນຮັບແລະເຈລະຈາກັບທ່ານເລຂາທິການໃຫຍ່,ປະທານປະເທດຈີນສີຈິ້ນ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ສີຈິ້ນຜິງ ໄດ້ເດີນທາງມາຮອດ ນະຄອນຫລວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 12-13 ພະຈິກປີ 2017.

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເປັນເຈົ້າພາບພິທີຕ້ອນຮັບແລະເຈລະຈາກັບທ່ານເລຂາທິການໃຫຍ່,ປະທານປະເທດຈີນສີຈິ້ນ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ  ສີຈິ້ນຜິງ 

ພາບ:vietnam+

ຕອນບ່າຍວັນທີ 12 ພະຈິກ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ຖືກຈັດຂຶ້ນຢ່າງສົມກຽດຢູ່ສຳນັກງານສູນກາງພັກ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ມາຢ້ຽມຢາມຫວຽດນາມເປັນຄັ້ງທຳອິດພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ ແລະ ເຂົ້າຮ່ວມກອງປະຊຸມການນຳບັນດາພື້ນຖານເສດຖະກິດສະມາຊິກ APEC ຢູ່ ດ່ານັ້ງ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງສັບປະດາຂັ້ນສູງ APEC ແລະ ປີ APEC ຫວຽດນາມປີ 2017. ຕາມທ່ານເລຂາທິການໃຫຍ່ແລ້ວ, ການຢ້ຽມຢາມຢັ້ງຢືນການຖືເປັນສຳຄັນຂອງພັກ, ລັດ ຈີນ ໃນການປັບປຸງ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະຈີນ, ເປັນຂີດໝາຍສຳຄັນ, ເປີດໄລຍະພັດທະນາໃຫມ່ໃນການພົວພັນລະຫວ່າງສອງປະເທດ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ເຂົ້າສູ່ລວງເລິກ, ເພື່ອຜົນປະໂຫຍດ ແລະ ການພັດທະນາຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ