ທ່າເຕີບໂຕໄດ້ກະທົບຢ່າງຕັ້ງໜ້າເຖິງຕະຫຼາດແຮງງານໃນໄຕມາດທີ 2/2017

(VOVWORLD) - ແຫຼ່ງຂ່າວອັບເດັດຕະຫຼາດແຮງງານເລກທີ 13, ໄຕມາດທີ 1/2017 ໄດ້ຮັບການປະກາດໃນຕອນບ່າຍວັນທີ 9 ມິຖຸນາ, ຢູ່ຮ່າໂນ້ຍ ໄດ້ສະແດງໃຫ້ເຫັນວ່າ ເສດຖະກິດ ໃນໄຕມາດທີ 2/2017 ຈະຄ່ອຍໆຟື້ນຟູ ຕາມທ່າຟື້ນຟູເສດຖະກິດໂລກ. 
ທ່າເຕີບໂຕໄດ້ກະທົບຢ່າງຕັ້ງໜ້າເຖິງຕະຫຼາດແຮງງານໃນໄຕມາດທີ 2/2017 - ảnh 1ພາບປະກອບ 

ຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດເປັນປົກກະຕິກ່ວາ, ວິສາຫະກິດ ຫວຽດນາມ ກ່ວາ 51,2% ເຊື່ອໝັ້ນວ່າ ໄຕມາດທີ 2 ຈະມີໃບຊັ່ງຊື້ສິ້ນຄ້າສູງກ່ວາໄຕມາດທີ 1. ບັນດາການຜັນແປດ້ານດິນຟ້າອາກາດສະດວກຈະຊ່ວຍໃຫ້ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳມີການເຕີບໂຕພໍສົມຄວນ, ການຜະລິດອຸດສາຫະກຳ ແລະ ເງິນລົງທຶນຂອງລັດເຂົ້າບັນດາໂຄງການຈຸດສຸມ, ບັນດາໂຄງການໝູນໃຊ້ເຕັກໂນໂລຢີສູງຈະເພີ່ມຂຶ້ນແຮງກ່ວາ, ກຳລັງຄວາມສາມາດໃນການຜະລິດຈະໄດ້ຮັບການປັບປຸງ. ສິ່ງດັ່ງກ່າວສືບຕໍ່ກະທົບຕັ້ງໜ້າເຖິງຕະຫຼາດແຮງງານ. ຄາດວ່າ, ໄຕມາດທີ 2/2017, ກຳລັງແຮງງານມີການຜັນແປໜ້ອຍໜຶ່ງ. ຈຳນວນຜູ້ມີວຽກເຮັດງານທຳເພີ່ມຂຶ້ນ 0,2% ເມື່ອທຽບໃສ່ໄຕມາດທີ 1/2017. ບັນດາວຽກງານມີຄວາມຕ້ອງການຄົນງານຫຼາຍແມ່ນຂະແໜງກໍ່ສ້າງ, ການເງິນ - ທະນາຄານ, ດຳເນີນທຸລະກິດອະສັງຫະລິມະຊັບ.

ຕອບກັບ

ຂ່າວ/ບົດ​ອື່ນ