ນັກຮຽນຮູ້ສາກົນປະຕິເສດຄຳຖະແຫລງອະທິປະໄຕຂອງຈີນຢູ່ທະເລຕາເວັນອອກ

ນັກຮຽນຮູ້ສາກົນປະຕິເສດຄຳຖະແຫລງອະທິປະໄຕຂອງຈີນຢູ່ທະເລຕາເວັນອອກ - ảnh 1
ນາຍ​ພົນ Daniel Schaeffer
ພາບ:TTXVN

(vovworld)-  ວັນ​ທີ 9/11, ນັກ​ຂ່າວ​ຂ່າວ​ສານ​ຫວຽດ​ນາມ ປະ​ຈຳ ຝ​ລັ່ງ ໄດ້​ຄັດ​ຄຳ​ເວົ້າ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ຄົ້ນ​ຄ້​ວາ​ຂອງ​ສາ​ກົນ ທີ່​ຢືນ​ຢັນ​ວ່າ: ການ​ທວງ​ເອົາ​ອະທິ​ປະ​ໄຕ​ຂອງ​ຈີນ ຢູ່ ທະ​ເລ​ຕ​ະ​ເວັນ​ອອກ​ແມ່ນ​ໄຮ້​ເຫດ​ຜົນ, ບໍ່​ອີງ​ໃສ່​ບໍ່​ວ່າ​ພະ​ຍານ​ຫລັກ​ຖານ​ດ້ານ​ນິ​ຕິ​ກຳ​ຫລື​ປະ​ຫວັດ​ສາດ​ໃດ.  ນາຍ​ພົນ Daniel Schaeffer, ນັກ​ຮຽນ​ຮູ້​ຜູ້​ມີ​ຊື່​ສຽງ​ຂອງ ຝ​ລັ່ງ ໄດ້​ເວົ້າ​ວ່າ: ຈີນ​ອະ​ພິ​ປາຍ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ສາ​ກົນ ຕ​າມ​ວິ​ທີ​ຂອງ​ເຂົາ​ເຈົ້າ ແລະ ບັນ​ດາ​ການ​ອະ​ພິ​ປາຍຢັ້ງ​ຢືນນັ້ນ​ແມ່ນ​ໄຮ້​ເຫດ​ຜົນ. ທ່ານ​ຢືນ​ຢັນ​ວ່າ: ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ, ປັກ​ກີງ ບໍ່​ທັນ​ຍົກ​ອອກ​ໄດ້​ບັນ​ດາ​ພ​ະ​ຍານ​ຫລັກ​ຖານ​ປະ​ຫວັດ​ສາດ​ລະ​ອຽດ​ໃດ​ກ່ຽວ​ກັບ​ເລື່ອງ​ເຂົາ​ເຈົ້າ​ປະ​ຕິ​ບັດ​ການ​ຄຸ້ມ​ຄອງ​ບັນ​ດາ​ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຢ່າ​ງ​ລຽນ​ຕິດ ກ່ອນ​ທີ່ ຮ່​ວາງ​ຊາ ແລະ ສ່ວນ​ຫນຶ່ງ​ຂອງ ເຈື່ອງ​ຊາ​ຖ​ືກ​ປະ​ເທດນີ້​ຢຶດ​ຄອງ​ຢ່າງ​ຜິດ​ກົດ​ໝາຍ. ສ່ວນ ທ່ານ Bruno Hellendorff, ຜູ້​ຊ່ຽວ​ຊານ ຮັບ​ຜິດ​ຊອບ​ໂຄງ​ການ​ປາ​ຊ​ີ​ຟີກ ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ບ​ຣຸກ​ແຊນ ປະ​ເທດ ແບນ​ຊິກ ກໍ​ຕີ​ລາ​ຄາ​ສູງ ເລື່ອງ​ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລ​ຍະ​ມໍ່​ໆ​ມານີ້,  ພິ​ເສດ ແມ່ນ​ວົງ​ການ​ນັກ​ຮຽນ​ຮູ້ ແລະ ການ​ນຳ​ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ນັບ​ມື້​ນັບ​ຫລາຍກວ່າ.

ຂ່າວ/ບົດ​ອື່ນ