ນະຄອນໂຮ່ຈີມິນກຽມພ້ອມເພີ່ມທະວີການຮ່ວມມືກັບບັນດາວິສາຫະກິດອີຕາລີ
ທ່ານ Graziano Delrio ແລະ ທ່ານ ດິງລາທັງ
(ພາບ: ສຳນັກຂ່າວສານ ຫວຽດນາມ)
|
(vovworld) – ຕອນບ່າຍວັນທີ 27/9, ຢູ່ນະຄອນໂຮ່ຈີມິນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ດິງລາທັງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ແລະ ພື້ນຖານໂຄງລ່າງ ອີຕາລີ Graziano Delrio. ທ່ານ ດິງລາທັງ ເນັ້ນໜັກວ່າ ໂດຍແມ່ນນະຄອນຂະຫຍັນຂັນເຄື່ອນ, ນຳໜ້າທາງດ້ານເສດຖະກິດ, ການຄ້າຂອງປະເທດຊາດ, ນະຄອນ ໂຮ່ຈີມິນ ໃນວິວັດການພັດທະນາຍາມໃດກໍ່ກຽມພ້ອມຕ້ອນຮັບບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດ ອີຕາລີ ເຂົ້າມາລົງທຶນ, ທຳມາຄ້າຂາຍຍາວນານຢູ່ນະຄອນ. ນະຄອນ ໂຮ່ຈີມິນ ກຽມພ້ອມຮ່ວມມືກັບບັນດາວິສາຫະກິດ ອີຕາລີ ເຂົ້າຮ່ວມບັນດາໂຄງການພັດທະນາການຄ້າ, ຄົມມະນາຄົມ.
ສ່ວນທ່ານລັດຖະມົນຕີ Graziano Delrio ໃຫ້ຮູ້ວ່າ: ອີຕາລີ ປາດຖະໜາຢາກປະກອບສ່ວນເຂົ້າທ່າອ່ຽງພັດທະນາຕົວເມືອງທັນສະໄໝຂອງນະຄອນຜ່ານບັນດາການເຄື່ອນໄຫວຮ່ວມມືລົງທຶນ, ຖ່າຍທອດເຕັກໂນໂລຢີມໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.