ການພົບປະສັງສັນກັບບັນດາອົງການບໍ່ຂຶ້ນກັບລັດຖະບານ |
(vovworld) - ວັນທີ 24/4, ສະຫະພັນບັນດາອົງການມິດຕະພາບນະຄອນ Ho Chi Minh ຈັດຕັ້ງການພົບປະສັງສັນກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດປີ 2012 ເພື່ອແບ່ງປັນບົດຮຽນການເຄື່ອນໄຫວ ແລະ ໝາກຜົນຂອງບັນດາອົງການຈັດຕັ້ງເຂົ້າຮ່ວມວິວັດການພັດທະນາເສດຖະກິດສັງຄົມຂອງນະຄອນ. ໄລ່ມາຮອດປະຈຸບັນ, ຢູ່ ນະຄອນ Ho Chi Minh ມີ 151 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດມີຫນັງສືອະນຸຍາດເຄື່ອນໄຫວ. ສະເພາະໄຕມາ 1 ນະຄອນໄດ້ເຊັນອະນຸມັດ 5 ໂຄງການ ແລະ ອະນຸຍາດໃຫ້ຮັບເອົາການຊ່ວຍເຫລືອຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ 26 ງວດຊຶ່ງລວມມີ: ອຸປະກອນການແພດ, ການສຶກສາ ແລະ ເບິ່ງແຍງດູແລເດັກນ້ອຍ. ທ່ານ Le Hung Quoc ປະທານສະຫະພັນບັນດາອົງການມິດຕະພາບນະຄອນ Ho Chi Minh ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຊອກໄດ້ສຽງເວົ້າລວມເພື່ອຂົນຂວາຍບັນດາອົງການບໍ່ຂຶ້ນກັບລັດຖະບານຊ່ວຍເຫລືອຈຳນວນເງິນຫລາຍພໍສົມຄວນ. ພວກເຮົາເຂົ້າໃຈໄດ້ວ່າ: ສຳລັບພໍ່ແມ່ປະຊາຊົນທີ່ທຸກຍາກ, ເດັກນ້ອຍບໍ່ມີເງື່ອນໄຂໄປໂຮງຮຽນ ຫລື ຄອບຄົວທຸກຍາກບໍ່ມີເຮືອນຢູ່, ການຊ່ວຍເຫລືອຂອງບັນດາອົງການບໍ່ຂຶ້ນກັບລັດຖະບານສາມາດຊ່ວຍເຂົາເຈົ້າໄດ້ສ່ວນໃດສ່ວນຫນຶ່ງ. ຂ້າພະເຈົ້າຖືວ່າ: ວຽກງານສັງຄົມໄດ້ຮັບການຊ່ວຍເຫລືອຢ່າງໃຫຍ່ຫລວງຈາກບັນດາອົງການບໍ່ຂຶ້ນກັບລັດຖະບານ.”