ນະໂຍບາຍຮັບປະກັນຊີວິດສັງຄົມຕ້ອງຕິດພັນກັບຄວາມຕ້ອງການຂອງປະຊາຊົນ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: VGP/Đình Nam)
|
(vovworld) – ໄລຍະຈະມາເຖິງຕ້ອງສຸມແຫຼ່ງກຳລັງເພື່ອຜັນຂະຫຍາຍນະໂຍບາຍຮັບປະກັນຊີວິດສັງຄົມຢູ່ບັນດາເຂດປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ທຸກຍາກທີ່ສຸດ ແລະ ໃກ້ຊິດກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ຈາກການກິນຢູ່, ຮ່ຳຮຽນ ຕະຫຼອດຮອດການຜະລິດ, ດຳເນີນທຸລະກິດ, ການເຄື່ອນໄຫວວັດທະນະທຳ, ຈິດໃຈ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳສູນກາງປະຕິບັດໂຄງການເຄື່ອນໄຫວຂອງລັດຖະບານຜັນຂະຫຍາຍມະຕິ 15/ມຕ - ສກ (ຊຸດທີ 11) ກ່ຽວກັບບາງບັນຫານະໂຍບາຍສັງຄົມໄລຍະ 2012 – 2020 ທີ່ການເຮັດວຽກກັບບັນດາສະມາຊິກຄະນະຊີ້ນຳ ໃນວັນທີ 2/4, ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ໄລຍະຈະມາເຖິງ ເລື່ອງຜັນຂະຫຍາຍນະໂຍບາຍຮັບປະກັນຊີວິດສັງຄົມ ບົນຈິດໃຈ “ລັດບຸລິມະສິດດ້ວຍກົນໄກ”, ກ່ອນອື່ນໝົດແມ່ນສຸມໃສ່ໃຫ້ບັນດາເຂດປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ທຸກຍາກທີ່ສຸດ. ພ້ອມກັນນັ້ນ, ບັນດາໂຄງການຮັບປະກັນຊີວິດສັງຄົມ, ນະໂຍບາຍຫລຸດຜ່ອນຄວາມທຸກຍາກຕ້ອງໄດ້ຮັບການປະຕິບັດຕາມກົດເກນການຕະຫຼາດ, ໃນນັ້ນບັນດາກະຊວງ, ຂະແໜງການບໍ່ເຂົ້າຮ່ວມໂດຍກົງ ແລະ ຕ້ອງລົບລ້າງແນວຄິດອາໄສຜູ້ອື່ນ.