ພາບປະກອບ
|
(vovworld) - ຕອນບ່າຍວັນທີ 6/6, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ອອກຈາກນະຄອນຫຼວງ Sofia, ປະເທດບຸນກາຣີ, ກັບເມືອຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມບຸນກາຣີ, ປອກຕູຍການ, ອານເຊຮີ້ ແລະ ການເຂົ້າຮ່ວມພິທີລົງນາມໃນສັນຍາການຄ້າເສລີຫວຽດນາມ - ພັນທະມິດເສດຖະກິດ ອາຊີ - ເອີລົບຢູ່ ກາຢັກສະຖານ ຢ່າງເປັນທາງການ.
ກ່ອນໜ້ານັ້ນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ຢ້ຽມຢາມສະຖານທູດຫວຽດນາມປະຈຳບຸນກາຣີ, ແລະພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດຢູ່ ບຸນກາຣີ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ເຊື່ອໝັ້ນວ່າ, ປະຊາຄົມຊາວຫວຽດນາມຢູ່ບຸນກາຣີ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຍາມໃດກໍ່ຮັກແພງ, ຊ່ວຍເຫຼືອກັນ ແລະ ເຊື່ອມໂຍງກັບປະເທດບຸນກາຣີ ເປັນຢ່າງດີ.