ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງຊອກຈັງ

(VOVWORLD) -ໂດຍສືບຕໍ່ການໄປປະຕິບັດງານຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ຕອນບ່າຍວັນທີ 06 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມກັບການນຳບັນດາກະຊວງ, ຂະແໜງການໄດ້ລົງເຮັດວຽກກັບການນຳຫຼັກແຫຼ່ງແຂວງຊອກຈັງ.
ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງຊອກຈັງ - ảnh 1(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງຊອກຈັງ)

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຮຽກຮ້ອງໃຫ້ການນຳແຂວງ ສືບຕໍ່ປ່ຽນແປງໃໝ່, ປະດິດຄິດສ້າງ, ຊີ້ນຳບໍລິຫານຢ່າງຂ້ຽວຂາດເພື່ອຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຢູ່ທ້ອງຖິ່ນ, ສ້າງໂຄງປະກອບພື້ນຖານເສດຖະກິດ, ພັດທະນາກະສິກຳເຕັກໂນໂລຊີສູງ… ນອກຈາກການ ດຶງດູດບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ແລ້ວ, ທ່ານນາຍົກລັດຖະມົນຕີ ກໍ່ຊີ້ນຳວ່າ, ທາງແຂວງ ຄວນສືບຕໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ, ດຶງດູດ ແລະ ພັດທະນາວິສາຫະກິດພາກເອກະຊົນ, ບັນດາສະຫະກອນໃນບໍລິເວນແຂວງຢ່າງແຮງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ເພື່ອພັດທະນາ, ຮັບໃຊ້ຄວາມຕ້ອງການຂອງວິສາຫະກິດ…

ຕອບກັບ

ຂ່າວ/ບົດ​ອື່ນ