ນາຍົກລັດຖະມົນຕີຫວຽດນາມອະນຸມັດແຜນການສັງລວມພັດທະນາການຄ້າເອເລັກໂຕນິກ

ນາຍົກລັດຖະມົນຕີຫວຽດນາມອະນຸມັດແຜນການສັງລວມພັດທະນາການຄ້າເອເລັກໂຕນິກ - ảnh 1
(ພາບປະກອບ)

(vovworld)- ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫາກໍ່​ອະ​ນຸ​ມັດ​ແຜນ​ການ​​ສັງ​ລວມ​ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ໄລ​ຍະ 2016-2020. ຕາມນັ້ນ​ແລ້ວ, ສູ້​ຊົນ​ຮອດ​ປີ 2020, ​ຈະສ້າງ​ເຄືອ​ຂ່າຍ​ບໍ​ລິ​ການ​ຂົນ​ສົ່ງ, ມອບ​ຮັບ ແລະ ສຳ​ເລັດໃບ​ສັ່ງ​ຊື້ສິ​ນ​ຄ້າ ໃຫ້​ແກ່​ການ​ຄ້າ​ເອ​ເລັກ​ໂຕ​ນິກ ​ຊຶ່ງກວມ​ລວມ​ເອົາ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ​ສ້າງ​ໂຄງ​ລ່າງ​ດ້ານ​ນິ​ຕິ​ກຳ​ ໃຫ້​ສົມ​ບູນແບບ ແກ່​ການ​ຄ້າ​ເອ​ເລັກ​ໂຕ​ນິກ ກັບ​ລະ​ລົບ​ເອ​ກະ​ສານ​ນິ​ຕິ​ກຳ ດັດ​ປັບ​​ຢ່າງ​ຮອບ​ດ້ານ, ທ່ວງ​ທັນ​ສະ​ພາບ​ການ​ພັດ​ທະ​ນາ​​ຕົວ​ຈິງ ຂອງ​ບັນ​ດາ​ຮູບ​ແບບ ແລະ ການ​ເຄື່ອນ​ໄຫວ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ແຕກ​ຕ່າງ​ກັນ​ ໃນ​ສັງ​ຄົມ. ກໍ່​ສ້າງ ແລະ ພັດ​ທະ​ນາ ​ລະ​ບົບຊຳ​ລະ​ການ​ຄ້າ​ເອ​ເລ​ັກ​ໂຕ​ນິກ​ແຫ່ງ​ຊາດ, ເພື່ອ​ນຳ​ໃຊ້​ຢ່າງ​ກວ້າງ​ຂວາງ​ ໃຫ້​ແກ່​ບັນ​ດາ​ຮູບ​ແບບ​ການ​ຄ້າ​ເອ​ເລັກ​ໂຕ​ນິກ, ສູ້​ຊົນ​ຮອດ​ປີ 2020, 30% ຈຳ​ນວນປະ​ຊາ​ຊົນ ​ເຂົ້າ​ຮ່ວມການ​ຊື້​ເຄື່ອງ​ຂອງ ຜ່ານ​ເຄື່ອ​ຂ່າຍ​ອິນ​ເຕີ​ເນັດ, 80% ວິ​ສາ​ຫະ​ກິດ​ດຳ​ເນີນ​ການ​ສັ່ງ​ຊື້​ສິນ​ຄ້າ ຫຼືີ ຮັບໃບ​ສັ່ງ​​ຊື້ສິນ​ຄ້າ ​ຜ່ານ​ລະ​ບົບ​ການ​ຄ້າ​ເອ​ເລັກ​ໂຕ​ນິກ…

 

ຂ່າວ/ບົດ​ອື່ນ