ນາຍົກລັດຖະມົນຕີອີຣັກຢ້ຽມຢາມອາເມລິກາ

ນາຍົກລັດຖະມົນຕີອີຣັກຢ້ຽມຢາມອາເມລິກາ - ảnh 1
ພາບ:(baomoi.com)
 ທ່ານນາຍົກລັດຖະມົນຕີອີຣັກ Nuri Al Maliki

​ວັນທີ 11/12, ທ່ານ​ນາຍົກລັດຖະມົນຕີ​ອີຣັກ Nuri Al Maliki ​ໄດ້​ເດີນ​ທາງ​ໄປ​ຢ້ຽມຢາມ​ວໍຊິງ​ຕັນ ​ແຫ່ງ​ອາ​ເມລິ​ກາ​ເປັນ​ເວລາ​ສອງ​ວັນ, ​ດ້ວຍ​ຄວາມ​ຫວັງ​ຈະ​ເປີດ​ໄລຍະ​ໃໝ່​ໃນ​ການ​ພົວພັນ​ສອງ​ຝ່າຍ. ວັນ​ທີ 12/12, ທ່ານ​ນາຍົກລັດຖະມົນຕີ​ອີຣັກ Nuri Al Maliki ​ໄດ້​ມີ​ການ​ເຈລະຈາ​ກັບ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Barack Obama. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ຖອນ​ທະຫານ​ອາ​ເມ​ລິ​ກາ​ອອກ​ຈາກອີຣັກ ​ແລະ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສອງ​ຝ່າຍ ​ເພື່ອ​ເປີດ​ໄລຍະ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ອາ​ເມ​ລິ​ກາ-ອີຣັກ. ທ່ານ​ນາຍົກ ລັດຖະມົນຕີ​ອີຣັກ Nuri Al Maliki ກໍ່​ຈະ​ພົບ​ປະ​ກັບ​ທ່ານ​ຮອງ​ປະທານາທິບໍດີ Joe Biden ​ ​ລັດຖະມົນຕີ​ການ​
ຕ່າງປະ​ເທດ Hillary Clinton ແລະບັນດາ ສສຊ ອາເມ​ລິ​ກາ ​ເພື່ອ​ປຶກສາ​ຫາລື​ກ່ຽວກັບ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ, ພະລັງງານ, ການ​ສຶກສາ ​ແລະ ຍຸດ​ຕິ​ທຳ.

ຂ່າວ/ບົດ​ອື່ນ