ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສະຫລຸບວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດຂອງກະຊວງຕຳຫລວດ

(VOVWORLD) - ວັນທີ 25 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສະຫລຸບວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດຂອງກະຊວງຕຳຫລວດໄລຍະ 2009 – 2016

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສະຫລຸບວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດຂອງກະຊວງຕຳຫລວດ - ảnh 1

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສະຫລຸບວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດຂອງກະຊວງຕຳຫລວດ

ແລະ ຜັນຂະຫຍາຍຄຳສັ່ງຂອງກົມການເມືອງກ່ຽວກັບ “ເພີ່ມທະວີການຊີ້ນຳນຳພາຂອງພັກ ສຳລັບວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດໃນເງື່ອນໄຂພັດທະນາເສດຖະກິດການຕະຫລາດ ກຳນົດທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດ ສາກົນ”. ຍ້ອງຍໍບັນດາຜົນງານເຊິ່ງກຳລັງຕຳຫລວດປະຊາຊົນບັນລຸໄດ້, ທ່ານນາຍົກລັດຖະມົນຕີສະເໜີວ່າ ໃນໄລຍະຈະມາເຖິງ, ກຳລັງຕຳຫລວດຄວນສ້າງການຫັນປ່ຽນໃນຄວາມຮັບຮູ້ກ່ຽວກັບທີ່ຕັ້ງ, ຄວາມໝາຍ, ຄວາມສຳຄັນ ແລະ ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງວຽກງານຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດໃນສະພາບການປະຈຸບັນ. ພ້ອມກັນນັ້ນ ກຳນົດໜ້າທີ່ຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດຕ້ອງຕິດພັນກັບການຮັບປະກັນຄວາມສະຖຽນລະພາບດ້ານການເມືອງພາຍໃນ, ປ້ອງກັນຕ້ານການສໍ້ລາດບັງຫລວງ, ໄພຫຍໍ້ທໍ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ:ກຳລັງຕຳຫລວດຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ມີຄວາມກົມກຽວລະຫວ່າງການພັດທະນາເສດຖະກິດ - ສັງຄົມ, ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ກັບການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ; ພ້ອມທັງ ເປັນເຈົ້າການກຳແໜ້ນສະພາບການ, ຮູ້ຈັກເຖິງໄພນາບຂູ່, ບັນດາໄພອັນຕະລາຍທີ່ກໍ່ຄວາມເສຍຫາຍຕໍ່ພື້ນຖານເສດຖະກິດ, ເປັນເສນາທິການໃຫ້ທັນການ, ສະເໜີຕໍ່ພັກ, ລັດບັນດາແຜນນະໂຍບາຍມາດຕະການຮັບມືທີ່ເໝາະສົມ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ