ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ: ປະຕິຮູບລະບຽບການບໍລິຫານດ້ວຍຕົວເລກລະອຽດ

ນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ: ປະຕິຮູບລະບຽບການບໍລິຫານດ້ວຍຕົວເລກລະອຽດ - ảnh 1
(ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 25/3, ຢູ່​ສຳນັກງານ​ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ເຮັດ​ວຽກ​ກັບ​ກົມ​ໃຫຍ່​ພາສີ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ ກ່ຽວ​ກັບ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໃນ​ຂົງ​ເຂດ​ພາສີ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຕີ​ລາຄາ​ສູງ​ກະຊວງ​ການ​ເງິນ, ກົມ​ໃຫຍ່​ພາສີໄດ້​ຜັນ​ຂະຫຍາຍ​ມະຕິ 19 ຂອງ​ລັດຖະບາ​ນຢ່າງ​ເຂັ້ມ​ງວດ ​ແລະ ບັນ​ລຸ​​ໄດ້ຄວາມ​ກ​້າວໜ້າ​ຫຼາຍ​ຢ່າງ​ໃນ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໃນ​ຂົງ​ເຂດ​ພາສີ ​ແລະ ອາກອນ. ທ່ານນາຍົກ ລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ ເນັ້ນ​ໜັກ​ວ່າ, ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ ​ແມ່ນ​ໜ້າ​ທີ່​ການ​ເມືອງ​ຈຸດ​ສຸມ​ເປັນ​ປະຈຳ​ຂອງ​ລັດຖະບານ​ໃນ​ປີ​ນີ້, ​ແມ່ນ​ຂອດ​ບຸກທະລຸ​ເພື່ອ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ​ແຫ່ງ​ຊາດ, ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ປັບປຸງ​ບັນດາ​ເອກະສານ​ນິຕິ​ກຳ, ​ບໍ່​ໄດ້​ຮັກສາ​ເດີມ, ຕ້ອງ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ, ຕ້ອງ​ຖື​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ ປະ​ເທດ​ຊາດ​ເປັນ​ສຳຄັນ​ກວ່າ​ໝູ່, ພ້ອມ​ທັງ​ຮັບ​ເອົາ​ບົດຮຽນ​ຈາກ​ບັນດາ​ປະ​ເທດ​ກ້າວໜ້າ​​ໃນໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ:

        “ຢາກ​ປະຕິ​ຮູບ​ແມ່ນ​ຕ້ອງ​ກວດຄືນ​ກົດໝາຍ​ທີ່​ພວມ​ປະກາດ​ໃຊ້. ປະຈຸ​ບັນ​ພວກ​ເຮົາ​ຕ້ອງ​ກວດຄືນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ກ່ຽວຂ້ອງ​ເຖິງ​ວິ​ສາ​ຫະກິດ, ​ເຖິງ​ປະຊາຊົນ ​ເພື່ອ​ປັບປຸງ​ຕາມ​ທິດ​ສ້າງ​ຄວາມ​ສະດວກ​ທີ່​ສຸດ​ໃຫ້​​ແກ່ວິ​ສາ​ຫະກິດ ​ແລະ ປະຊາຊົນ, ພ້ອມ​ທັງ​ຍົກ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ​ທີ່​ສະດວກ ​ແຕ່​ຕ້ອງ​ຄຸ້ມ​ຄອງ​​ໃຫ້ໄດ້“.

ຂ່າວ/ບົດ​ອື່ນ